ຄູ່ຮ່ວມທາງດ້ານທຸລະກິດ​ລະ​ຫວ່າງ ອີທີແອລ ລາວ ແລະ ຊຽວໝີ ຈີນ.

SA Game

ພາບ: ຂ​ປ​ລ

ເປີດ​ຕົວການ​ຮ່ວມ​ມື​ທາງດ້ານທຸລະກິດ​ລະ​ຫວ່າງ ​ບໍ​ລິ​ສັດອີທີແອລ ແລະ ຊຽວໝີ.

ຕາມ​ແຫລ່ງ​ຂ່າວ ຂປລ ໃຫ້​ຮູ້​ວ່າ ໃນວັນທີ 16 ຕຸລາ 2020, ຜູ້ອໍານວຍການໃຫຍ່ ບໍລິສັດ ອິີທີແອລ ຈໍາກັດ ທ່ານ ຮວງ ສູຢຸນ ແລະ ທ່ານ ວັງລີນ ບໍລິສັດ ຊຽວໝີ ເປັນຜູ້ຕາງໜ້າລົງນາມສັນຍາ ຮ່ວມມື ການນຳສະເໜີໜ່ວຍໂທລະສັບມືຖືຊຽວໝີ ລຸ້ນໃໝ່ພ້ອມ function 4 ຢ່າງ ແລະ ແພັກເກັດຂອງໜ່ວຍໂທລະສັບຊຽວໝີ ທີ່ນຳສະເໜີໂດຍ ທ່ານ ນາງ ຮວງຟັນຊີງ ຜູ້ຕາງໜ້າ ບໍລິສັດ ຊຽວໝີ ຢູ່ ສປປ ລາວ.

ທ່ານ ຮວງ ສູຢຸນ ກ່າວ​ວ່າ: ບໍລິສັດ ອີທີແອລ ຈຳກັດ ເປັນບໍລິສັດ ທີ່ໃຫ້ບໍລິການດ້ານການໂທລະຄົມ ຮ່ວມທຶນລະຫວ່າງລາວ-ຈີນ, ມີເງື່ອນໄຂຄົບຖ້ວນດ້ານເຄືອຂ່າຍໂທລະຄົມມະນາຄົມ ແລະ ເຄືອຂ່າຍໄດ້ປົກຄຸມທົ່ວປະເທດ. ທຸລະກິດໄດ້ກວມເອົາໂທລະສັບມືຖື, ໂທລະສັບຕັ້ງໂຕະ, ອິນເຕີເນັດ ແລະ ບໍລິການເສີມຕ່າງໆ; ສັນຍານ 4G ໄດ້ທົ່ວເຖິງທຸກເມືອງ ທຸກແຂວງ ຂອງປະເທດລາວ.

SA Game
ພາບ: ຂ​ປ​ລ

ສໍາລັບສັນຍານ 4,5G ໄດ້ກວມເຖິງເມືອງ ທີ່ສໍາຄັນຂອງ ນະຄອນຫລວງວຽງຈັນ, ແຂວງສະຫວັນນະເຂດ, ແຂວງຫລວງພະບາງ, ແຂວງຈຳປາສັກ. ການຮ່ວມມືລະຫວ່າງ ບໍລິສັດ ອີທີແອລ ຈໍາກັດ ແລະ ບໍລິສັດ ຊຽວໝີ ຈະເປີດພາກໃໝ່ ລະຫວ່າງທັງສອງບໍລິສັດໃນການພັດທະນາ.

ບໍລິສັດ ອີທີແອລ ຈໍາກັດ ແລະ ບໍລິສັດ ຊຽວໝີ ຍັງໄດ້ຮ່ວມກັນຕອບສະໜອງຜະລິດຕະພັນ ຊຸດສະມາດໂຟນ ຊຽວໝີ ທີ່ມີຄຸນະພາບ ທີ່ເປັນທີ່ນິຍົມໃຊ້ຂອງລູກຄ້າເພື່ອໃຫ້ເຂົ້າກັບເຄືອຂ່າຍ 4.5G ຂອງ ບໍລິສັດ ອີທີແອລ ເພື່ອໃຫ້ລູກຄ້າສາມາດເລືອກສິນຄ້າທີ່ມີຄຸນນະພາບ, ລາຄາຖືກ ແລະ ທັນສະໄໝ.

ທ່ານ ວັງລີນ ບໍລິສັດ ຊຽວໝີ ໄດ້ປະກອບຄໍາເຫັນວ່າ: ຍີ່ຫໍ້ ຊຽວໝີ ໄດ້ເຂົ້າສູ່ຕະຫລາດ ສປປ ລາວ ຢ່າງເປັນທາງການ ໃນວັນທີ 23 ກັນຍາ ປີ 2018, ປະເທດລາວ ເປັນປະເທດ ທີ 17 ທີ່ຍອດຈໍານວນການຂາຍເຂົ້າເປັນໜຶ່ງໃນອັນດັບ 5 ທໍາອິດຂອງຍີ່ຫໍ້ ຊຽວໝີ, ປະລິມານການເປີດນໍາໃຊ້ສະມາດໂຟນໃໝ່ ໄດ້ບັນລຸເຖິງ 500 ກ່ວາໜ່ວຍຕໍ່ມື້. ໃນໄລຍະ 2 ປີຜ່ານມາ, ບໍລິສັດ ຊຽວໝີ ໄດ້ເປີດຮ້ານຈຳໜ່າຍໂທລະສັບແຫ່ງທໍາອິດ ໃນ ສປປ ລາວ ພ້ອມກັນນັ້ນໄດ້ລົງທຶນ ຊຽວໝີ Park ແລະ ເປີດຮ້ານໂຊປິນອອນລາຍ Mimall.la. ມາຮອດປີ 2020 ມີແຜນການດໍາເນີນທຸລະກິດ ດ້ວຍຮູບແບບ E-commerce+Physical store, ເພື່ອເຮັດໃຫ້ສີສັນພິເສດ ຂອງຊຽວໝີ ສາມາດເຂົ້າເລິກເຖິງໃນຕະຫລາດລາວ.

ຜ່ານການຮ່ວມມື ລະຫວ່າງທັງສອງຝ່າຍ ທາງບໍລິສັດ ອີທີແອລ ຈຳກັດ ຈະສະໜອງບໍລິການທີ່ຮອບດ້ານກວ່າເກົ່າ, ຜະລິດຕະພັນທີ່ສົມບູນກວ່າເກົ່າ, ສ້າງຄວາມຮູ້ສຶກແບບພິເສດກວ່າເກົ່າໃຫ້ແກ່ລູກຄ້າທັງສອງຝ່າຍ. ໃນການຮ່ວມມືລະຫວ່າງ ທັງສອງຝ່າຍໃນຄັ້ງນີ້ ແມ່ນຈະເສີມຂະຫຍາຍຍີ່ຫໍ້ໂທລະສັບຊຽວໝີ ໃຫ້ເປັນທີ່ນິຍົມ ແລະ ກວ້າງຂວາງ ເພື່ອໃຫ້ບັນລຸເປົ້າໝາຍຕາມທີ່ວາງໄວ້.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: ຂ​ປ​ລ.