ຄຳວ່າ ເສຍສະລະ ແລະ ເສຍສະຫຼະ ນຳໃຊ້ຄຳໃດຈຶ່ງຈະຖືກຕ້ອງ?

DooDiDo
ຄຳວ່າ ເສຍສະລະ ແລະ ເສຍສະຫຼະ ຕ່າງກັນແນວໃດໃນພາສາລາວ?
ໃນພາສາລາວມີຫລາຍໆຄຳທີ່ສະກົດຕ່າງກັນອອກສຽງຄ້າຍຄືກັນ, ອາດຈະຕ່າງກັນພຽງເລັກນ້ອຍຄືບາງຄຳອ່ານອອກສຽງສູງ ບາງຄຳອ່ານອອກສຽງ ກາງ ຫລື ຕ່ຳ … ແຕ່ຖ້າຈະໃຫ້ຖືກແທ້ກໍຕ້ອງໄດ້ເບິ່ງເຂົ້າໄປໃນລາຍລະອຽດຂອງຄຳວ່າຢາກໃຫ້ຄວາມໝາຍຂອງຄຳນັ້ນໄປໃນທິດທາງໃດ.
ສະນັ້ນບົດນີ້ຈະນຳເອົາຄຳວ່າ ເສຍສະລະ ແລະ ເສຍສະຫຼະ ທີ່ເປັນຄຳສັບທີມີການອອກສຽງທີ່ຄ້າຍຄືກັນ ແລະ ຫລາຍຄົນກໍມັກໃຊ້ທັງສອງແບບເຊິງຫລາຍໆຄົນອາດຈະເຄີຍໃຊ້ຜິດໆຖືກໆກັນຢູ່, ໃນນີ້ຄວາມໝາຍທີ່ຕ້ອງການໃນຄຳສັບນີ້ແມ່ນຕ້ອງການຄວາມໝາຍທີ່ວ່າ ປ່ອຍ, ປະ, ລະ, ວາງ, ບໍລິຈາກ…ເຊິງເຮົາຈະເວົ້າລະອຽດແບບນີ້.

ຄຳວ່າ ເສຍສະລະ.
“ສະລະ” ເປັນຄຳກິລິຍາທີ່ມີເຄົ້າຈາກພາສາປາລີ “ສລ” ໝາຍເຖິງ ບໍລິຈາກ, ການສະລະເງິນຄຳເພື່ອການກຸສົນ, ການປະຖິ້ມ, ປ່ອຍວາງ,…
ຄຳວ່າ “ສະລະ” ເພິ່ນຍັງໄດ້ນຳເອົາຄຳວ່າ “ເສຍ” ມາປະສົມໄວ້ຢູ່ທາງໜ້າ ເຊິ່ງແມ່ນການປະສົມແບບລາວ-ປາລີ.
“ເສຍ” ໝາຍເຖິງ ເຮັດໃຫ້ສູນໄປ ມາປະສົມກັບ “ສະລະ” ທີ່ໝາຍເຖິງ “ປ່ອຍວາງ, ບໍລິຈາກ” ກາຍເປັນ “ເສຍສະລະ” ເຊິ່ງໄດ້ຄວາມໝາຍວ່າ “ຍິນຍອມເອົາໃຫ້ເຖິງວ່າບາງສິ່ງຈະສູນເສຍໄປ”
ຕົວຢ່າງ:
ຍ້ອນຄອບຄົວລຳບາກອ້າຍຍອມເສຍສະລະອອກໂຮງຮຽນເພື່ອໃຫ້ນ້ອງໄປຮຽນຕໍ່.
ອ້າຍສີທອງນັກຮົບວິລະຊົນລາວຜູ້ເສຍສະລະຊິວິດເລືອດເນື້ອເພື່ອປະເທດຊາດ.
ຄຳວ່າ ເສຍສະຫຼະ.
“ສະຫຼະ” ວ່າ ເປັນຄຳນາມທີ່ໝາຍເຖິງ “ສຽງ ຫຼື ອັກສອນພວກໜຶ່ງສຳລັບປະກອບກັບພະຍັນຊະນະ ເພື່ອໃຫ້ພະຍັນຊະນະອອກສຽງໄດ້”.
“ເສຍສະຫຼະ”, ແມ່ນການສະກົດບໍ່ຖືກໃນພາສາລາວ, ສາຍເຫດທີ່ພາໃຫ້ສະກົດເປັນແບບນີ້ ກໍເພາະເວລາເວົ້າ ບາງເທື່ອກໍອອກສຽງ “ສະລະ” ເປັນ “ສະຫຼະ.
ສະຫຼຸບ.
ດັ່ງນັ້ນ, ເພື່ອເຮັດໃຫ້ການສະກົດຄຳຂອງຄຳນີ້ໃຫ້ຖືກຕ້ອງ ແລະ ເປັນເອກະພາບກັນ, ຄວາມໝາຍຂອງຄຳວ່າປ່ອຍວາງ, ສະລະ, ບໍລິຈາກ, …. ຄວນສະກົດຄຳວ່າ “ເສຍສະລະ”. ສ່ວນຄຳວ່າ “ສະຫຼະ” ທີ່ໝາຍເຖິງຕົວອັກສອນໃຊ້ປະກອບກັບພະຍັນຊະນະເພື່ອໃຫ້ອອກສຽງໄດ້ນັ້ນ, ຫາສະກົດຄຳວ່າ ເສຍສະຫຼະ ກໍຄືການເສຍສະຫຼະໃນການມາປະສົມຄຳໃຫ້ອອກສຽງໄດ້.
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo