ຄຳວ່າ ເດີ ແລະ ເນີ ມີຄວາມໝາຍ ແລະ ການນຳໃຊ້ແນວໃດ?.

SA Game

DooDiDo

ຄວາມ​ໝາຍ​ຂອງ​ຄຳ​ວ່າ ເດີ ແລະ ເນີ ຄື​ກັນ​ ຫລື ແຕກ​ຕ່າງ​ກັນ​ແນວ​ໃດ?

​ໃນ​ພາ​ສາ​ລາວ​ຄຳ​ຫ້ອຍ​ທ້າຍ​ຫລາຍໆ​ຄຳ​ມີ​ຄວາມ​ໝາຍ​ຄ້າຍ​ຄື​ກັນ ສາຍ​ເຫດ​ກໍ​ຍ້ອນ ສ​ປ​ປ ລາວ​ ມີ​ຫລາຍ​ແຂວງ ຫລາຍ​ເຂດ ແລະ ຫລາຍ​ຊົນ​ເຜົ່າ​, ສະ​ນັ້ນ​ຄຳ​ເວົ້າ​ຂອງ​ແຕ່​ລະ​ເຂດ​ກໍ​ຈະ​ມີ​ສຳ​ນຽງ​ສຽງ​ເວົ້າ​ທີ່​ແຕກ​ຕ່າງ​ກັນ​ໄປ​ເລັກ​ນ້ອຍ​ຫາ​ຫລາຍ​ແຕ່​ຄວາມ​ໝາຍ​ຂອງ​ຄຳ​ນັ້ນໆ​ມີ​ຄວາມ​ໝາຍ​ເປັນ​ອັນ​ດຽວ​ກັນ​ເຊິງ​ສາຍ​ເຫ​ດ​ນີ້​ກໍ​ເລີຍ​ເຮັດ​ໃຫ້​ຫລາຍໆ​ຄົນ​ຍັງ​ມີ​ຄວາມ​ສົງ​ໃສ​ໃນ​ແຕ່​ລະ​ຄຳ​ຢູ່​ວ່າ​ມີ​ການ​ນຳ​ໃຊ້​ຄຳ​ຈ່ຳ​ພວກ​ນັ້ນ​ໃນ​ທິດ​ທາງ​ແບບ​ດຽວ​ກັນ​ແຕ່​ໃຊ້​ຄຳ​ແຕກ​ຕ່າງ​ກັນ​ໃນ​ແຕ່​ລະ​ຄົນ.

ຫລາຍໆ​ຄຳ​ໃນ​ພາ​ສາ​ລາວ​ຄຳ​ທີ່​ມີ​ຄວາມ​ໝາຍ​ອັນ​ດຽວ​ກັນ​ແຕ່​ການ​ເວົ້າ​ອາດ​ຈະ​ຕ່າງ​ກັນ ແລະ ສ່ວນ​ຫລາຍ​ຄຳ​ເຫລົ່າ​ນີ້​ຈະ​ເກີດ​ຂື້ນ​ກັບ​ຄຳ​ທີ່​ລົງ​ທ້າຍ​ຂອງ​ຄຳ​ເປັນ​ຄຳ​ເນັ້ນ​ຄຳ​ຄຳ​ນັ້ນ​ໃຫ້​ມີ​ນ້ຳ​ໜັກ​ເພີ່ມ​ຂື້ນ ຫລື ເນັ້ນ​ໃຫ້​ເອົາ​ໃຈ​ໃສ່​ຫລາຍກວ່າ​ເກົ່າ, ໃນ​ບົດ​ນີ້​ຈະ​ຍົກ​ເອົາຄຳ​ທີ່​ລົງ​ທ້າຍ​ດ້ວຍຄໍາວ່າ: ​​​ເດີ ແລະ ​ເນີ ມາ​ອະ​ທິ​ບາຍ ​ເປັນ​ຕົວ​ຢ່າງ ເຊິງສອງຄຳນີ້ມີຄວາມ​ໝາຍ​ແບບດຽວກັນ ແຕ່​ການ​ສະ​ກົດ ແລະ ການ​ອອກ​ສຽງ​ແຕກ​ຕ່າງ​ກັນ ແລະ ຈະ​ຂໍ​ນຳ​ລາຍ​ລະ​ອຽດ​ເລັກ​ນ້ອຍ​ມາ​ໃຫ້​ຮູ້​ນຳ​ກັນ​ດັ່ງ​ນີ້.

SA Game
DooDiDo
ຄຳ​ວ່າ ເດີ ແລະ ເນີ.

ເປັນຄຳລົງທ້າຍລັກສະນະບົ່ງບອກ,​ ຊັກຊວນ ຫຼື​ ການຢໍ້າ, ຫາກ​ລົງ​ທ້າຍ​ກັບ​ຄຳ ຫລື ປະ​ໂຫຍກ​ໃດ​ກໍ​ຕາມ​, ສອງ​ຄຳ​ນີ້​ຈະ​ເປັນ​ການ​ເນັ້ນ​ຄຳ​ຂອງ​ຄຳ​ນັ້ນ​ໃຫ້​ເອົາ​ໃຈ​ໃສ່ ຫລື ໃຫ້​ມີ​ນ້ຳ​ຫນັກ​ຄວາມ​ສຳ​ຄັນ​ຫລາຍ​ຂື້ນ ແລະ ໃຫ້​ມີ​ການ​ເອົາ​ໃຈ​ໃສ່​ເພີ່ມ​ຂື້ນ​ຫລາຍກວ່າ​ເກົ່າ.

ແລະ ສອງຄຳຂ້າງເທິງນີ້ ໃນວັດຈະນານຸກົມ​ ແລະ ການນຳໃຊ້ຈັດໃຫ້ເປັນຄຳທີ່ມີຄວາມໝາຍດຽວກັນ ໃຊ້ຄືກັນ ແຕ່ຕ່າງຕົວແກນ.​

ຕົວຢ່າງ:

​ມື້​ອື່ນແມ່ນ​ງານ​ບູນ​ພະ​ເວດ​ບ້ານ​ຂ້ອຍ, ​ມາ​ຢາມ​ເຮືອນຂ​ອ້ຍ​ເດີ.

ລູກ​ໄປ​ໂຮງ​ຮຽນ​ຕັ້ງ​ໃຈ​ຮຽນ​ໃຫ້​ເກັ່ງໆ​ເນີ

ສະຫຼຸບ.

ຄຳ​ວ່າ ເດີ ແລະ ເນີ ໃນວັດຈະນານຸກົມ​ ແລະ ການນຳໃຊ້ຈັດໃຫ້ເປັນຄຳທີ່ມີຄວາມໝາຍດຽວກັນ ໃຊ້ຄືກັນ ແຕ່ຕ່າງຕົວແກນ, ເຊິງເປັນຄຳລົງທ້າຍ ລັກສະນະບົ່ງບອກ,​ ຊັກຊວນ ຫຼື​ ການຢໍ້າ, ຫາກ​ລົງ​ທ້າຍ​ກັບ​ຄຳ ຫລື ປະ​ໂຫຍກ​ໃດ​ກໍ​ຕາມ​, ສອງ​ຄຳ​ນີ້​ຈະ​ເປັນ​ການ​ເນັ້ນ​ຄຳ​ຂອງ​ຄຳ​ນັ້ນ​ໃຫ້​ເອົາ​ໃຈ​ໃສ່ ຫລື ໃຫ້​ມີ​ນ້ຳ​ຫນັກ​ຄວາມ​ສຳ​ຄັນ​ຫລາຍ​ຂື້ນ ແລະ ໃຫ້​ມີ​ການ​ເອົາ​ໃຈ​ໃສ່​ເພີ່ມ​ຂື້ນ​ຫລາຍກວ່າ​ເກົ່າ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo