ຄຳວ່າ ລົວ ແລະ ລົ້ວ ມີຄວາມໝາຍແນວໃດໃນພາສາລາວ?

DooDiDo
ອະທິບາຍຄວາມໝາຍພາສາລາວກັບຄຳວ່າ ລົວ ແລະ ລົ້ວ.
ພາສາລາວມີຫຼາກຫຼາຍຄໍາສັບທີ່ແຕກຕ່າງກັນໄປ ມີທັງຄໍາຄືກັນ ແລະ ຕ່າງກັນ, ບາງຄໍາສັບສະກົດຄືກັນ ແຕ່ວ່າ ຄວາມໝາຍຕ່າງກັນ, ບາງຄໍາສັບສະກົດຕ່າງກັນ ອ່ານຕ່າງກັນ ແຕ່ວ່າມີຄວາມໝາຍຄືກັນ ແລະ ສາມາດໃຊ້ແທນກັນໄດ້, ໂດຍສະເພາະແມ່ນຄໍາສັບທ້ອງຖິ່ນຟັງຍາກ ແລະ ເຂົ້າໃຈຍາກ, ຖ້າຂຽນຕາມສໍານຽງການເວົ້າຂອງຄົນທ້ອງຖິ່ນອາດຈະເຮັດໃຫ້ຄວາມໝາຍປ່ຽນເປັນຄົນລະເລື່ອງເລີຍ.
ເຊິ່ງໃນບົດຄວາມນີ້ ເຮົາຈະຍົກເອົາຄໍາວ່າ ລົວ ແລະ ລົ້ວ ມາແລກປ່ຽນ ແລະ ຮຽນຮູ້ໄປນໍາກັນ, ເນື່ອງຈາກສອງຄໍານີ້ ຄົນສ່ວນຫຼາຍຍັງໃຊ້ຫຼົງ ແລະ ບໍ່ເຂົ້າໃຈຄວາມໝາຍຂອງມັນ. ຕາມຄໍາອະທິບາຍຄວາມໝາຍສັບພາສາລາວຈາກວັດຈະນະນຸກົມພາສາລາວ ສະບັບຄົ້ນຄວ້າ ແລະ ຮຽບຮຽງ ໂດຍ ດຣ. ທອງຄໍາ ອ່ອນມະນີ ເຮົາສາມາດສະຫຼຸບລວບລວມຄວາມໝາຍ ແລະ ວິທີການນໍາໃຊ້ສອງຄໍາສັບດັ່ງກ່າວ ໄດ້ດັ່ງນີ້:

ຄຳວ່າ ລົວ.
ຄໍາວ່າ ລົວ ເປັນໄດ້ທັງຄໍາກໍາມະ, ຄໍາຄຸນນາມ ແລະ ຄໍານາມ ເຊິ່ງມີຄວາມໝາຍທີ່ແຕກຕ່າງກັນເຊັ່ນ:
ລົວ (ຄໍາກໍາມະ): ມີຄວາມໝາຍວ່າ ຕີ ຫຼືເຄາະ ສິ່ງໃດໜຶ່ງບາດຖີ່ໆ ຫຼືໄວໆ.
ຕົວຢ່າງ:
ສຽງກອງຂອງເດັກນ້ອຍຮຽນຕີໃໝ່ລົວແບບບໍ່ໄປຕາມຈັງຫວະສຽງເພງ.
ເມື່ອຮອດໂມງເລີກຮຽນ ຫຼື ໂມງເຂົ້າຮຽນ ນາຍຄູຈະລົວກະແລ່ງ ເພື່ອສົ່ງສັນຍານໃຫ້
ນັກຮຽນຮູ້.
ລົວ (ຄໍາຄຸນນາມ): ມີຄວາມໝາຍວ່າ ສຽງເວົ້າບໍ່ແຈ່ມແຈ້ງ ເພາະລີ້້ນແຂງ.
ຕົວຢ່າງ:
ສຽງເວົ້າຂອງລາວເປັນລົວໆຂ້ອຍຟັງບໍ່ຄ່ອຍເຂົ້າໃຈ.
ລົວ (ຄໍານາມ): ມີຄວາມໝາຍປ້າ ຫຼື ເອື້ອຍຂອງພໍ່, ເຊິ່ງຄໍານີ້ມັກໄດ້ຍິນຄົນທາງພາກເໜືອຂອງປະເທດລາວໃຊ້(ສ່ວນຫຼາຍແມ່ນຄົນຊໍາເໜືອ), ພວກເຂົາໃຊ້ເອີ້ນແທນໃຫ້ຍາດພີ່ນ້ອງຜູ້ໃຫຍ່, ຍາດພີ່ນ້ອງຜູ້ອາວຸໂສ ຮຽກວ່າ ລົວ ຫຼື ລົວອາ.
ຄຳວ່າ ລົ້ວ.
ຄໍາວ່າ ລົ້ວ ສາມາດໃຊ້ໄດ້ໃນຮູບແບບຂອງຄໍານາມ ແລະ ຄໍາຄຸນນາມ ມີຄວາມໝາຍແຕກຕ່າງກັນຕາມແຕ່ລະໂຄງສ້າງປະໂຫຍກຄື:
ລົ້ວ (ຄໍານາມ): ແມ່ນຊື່ຂອງໂຕບ່າງຊະນິດໃຫຍ່ ເອີ້ນວ່າ ບ່າງລົ້ວ.
ຕົວຢ່າງ:
ຕອນເຊົ້ານີ້ພໍ່ຂອງຂ້ອຍໄປລ່າສັດປ່າ ເພິ່ນໄດ້ກະຮອກສອງໂຕ ແລະ ບ່າງລົ້ວໂຕໜຶ່ງ.
ລົ້ວ (ຄໍາຄຸນນາມ1): ມີຄວາມໝາຍວ່າ ໃຫຍ່, ຍາວ ທີ່ເປັນຊື່ຜ້າ ຫຼືແຜ່ນແພຊະນິດໜຶ່ງ ເນື້ອບາງອ່ອນ ແລະ ມື່ນ ຜືນໃຫຍ່ ແລະ ຍາວ ຮຽກວ່າແພລົ້ວ, ສະໄບລົ້ວ.
ລົ້ວ (ຄໍາຄຸນນາມ2): ມີຄວາມໝາຍວ່າ ບໍ່ມີລະບຽບ, ບໍ່ຢູ່ໃນລະບຽບກົດໝາຍ, ເຮັດໄປຕາມໃຈ, ເສລີບີຮົ່ວ ກໍ່ວ່າ. ເຊັ່ນ: ຄົນລົ້ວ, ຄົນເລງ.
ລົ້ວ (ຄໍາຄຸນນາມ3): ມີຄວາມໝາຍວ່າ ບໍ່ກະກຽມ, ບໍ່ຕຽມການ.
ຕົວຢ່າງ:
ທ້າວກິຕອບຄໍາຖາມແບບລົ້ວໆ ຍ້ອນວ່າລາວບໍ່ໄດ້ເບິ່ງບົດຮຽນກ່ອນສອບເສັງ.
ສະຫຼຸບ.
ຄໍາວ່າ ລົວ ແລະ ລົ້ວ ເຖິງຈະອອກສຽງຄ້າຍຄືກັນ ແຕ່ວ່າໃຊ້ຕ່າງກັນ, ຄວາມໝາຍກໍ່ຕ່າງກັນ, ລົວ ໝາຍເຖິງການຕີ ຫຼື ເຄາະສິ່ງໃດໜຶ່ງແບບຖີ່ໆ ແລະ ໃຊ້ເປັນຊື່ເອີ້ນແທນຄໍາວ່າປ້າ ຂອງຄົນຊໍາເໜືອ, ສ່ວນຄໍາວ່າ ລົ້ວ ເປັນຊື່ເອີ້ນຂອງບ່າງຊະນິດໜຶ່ງ ແລະ ຜ້າແພປະເພດໜຶ່ງ, ນອກຈາກນັ້ນ ລົ້ວກໍ່ຍັງມີຄວາມໝາຍວ່າ ຄວາມບໍ່ຢູ່ໃນລະບຽບ ແລະ ການເຮັດຫຍັງໂດຍບໍ່ມີການກະກຽມ.
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo