ຄຳວ່າ ຊິງ ແລະ ຊີງ ມີຄວາມໝາຍຄືກັນ ແລະ ຕ່າງກັນແນວໃດ?

DooDiDo
ພາສາລາວຄວາມໝາຍຂອງຄຳວ່າ ຊິງ ແລະ ຊີງ.
ທຸກໆພາສາໃນໂລກນີ້ລ້ວນແລ້ວແຕ່ມີເອກະລັກຂອງໃຜລາວ ແລະ ທຸກພາສາກໍ່ມີຄໍາສັບທີ່ຂຽນ ແລະ ອ່ານຄ້າຍຄືກັນ ລວມເຖິງການຕີຄວາມໝາຍຂອງມັນກໍ່ມີຫຼາຍຄໍາສັບທີ່ຄ້າຍຄືກັນ ແລະ ໃນພາສາລາວກໍ່ເປັນພາສາໜຶ່ງທີ່ມີຄໍາສັບຫຼາຍຄໍາທີ່ເຮົາຍັງນໍາໃຊ້ບໍ່ຖືກ.
ຄຳວ່າ ຊິງ ແລະ ຊີງ ກໍເຊັ່ນດຽວກັນ ໂດຍສະເພາະແມ່ນພາສາເວົ້າ ເພາະວ່າສ່ວນຫຼາຍການຟ້ອງສະຫຼະໃນພາສາລາວມັນຂ່ອນຂ້າງຈໍາແນກໄດ້ຍາກ, ບາງຄໍາມັນຕ່າງກັນແຕ່ສຽງສັ້ນສຽງຍາວເທົ່ານັ້ນ ດັ່ງຄໍາສັບທີ່ເຮົາຈະນໍາມາເວົ້າໃນບົດຄວາມນີ້ຄື ຄໍາວ່າ ຊິງ ແລະ ຊີງ ສອງຄໍານີ້ຄ້າຍຄືກັນ ທັງການຂຽນ ແລະ ການອ່ານ ລວມເຖິງຄວາມໝາຍຂອງມັນກໍ່ໃກ້ຄຽງກັນ, ມີຂໍ້ແຕກຕ່າງພຽງແຕ່ໜ້ອຍດຽວ.

ໂດຍອີງຕາມຂໍ້ມູນຈາກວັດຈະນານຸກົມພາສາລາວ ສະບັບທີ່ ຄົ້ນຄວ້າ ແລະ ຮຽບຮຽງ ໂດຍ ທອງຄຳ ອ່ອນມະນີສອນ, ໄດ້ອະທິບາຍຄວາມໝາຍສອງຄໍາສັບດັ່ງກ່າວ ໄວ້ດັ່ງນີ້:
ຄຳວ່າ ຊິງ.
ເປັນຄໍານາມ ແລະ ຄໍາກໍາມະ ຊຶ່ງມີຫຼາຍຄວາມໝາຍແຕກຕ່າງກັນດັ່ງນີ້:
ຊິງ (ຄໍານາມ) 1. ໝາຍເຖິງເຄື່ອງຊັ່ງນ້ຳໜັກ, ຊັ່ງ, ຕາຊັ່ງ.
ຕົວຢ່າງ:
ນາງນ້ອຍເອົາຊີ້ນໝູນີ້ໄປໃສ່ຊິງເບິ່ງ ໄດ້ຮອດ 1 ກິໂລກາມບໍ່
ຊິງ (ຄໍານາມ)2.
ແມ່ນຊື່ໜູຈຳພວກໜຶ່ງຕົວນ້ອຍຕາສວດມັກຢູ່ຕາມເຮືອນຄົນເອີ້ນວ່າໜູຕາຊິງ.
ຊິງ (ຄໍານາມ)3.
ແມ່ນແຫ້ວ, ເຄື່ອງຫ້າງເອົາສັດຈຳພວກກະຕ່າຍ ແລະ ນົກສານດ້ວຍປໍ ຫຼື ປ່ານ ໃສ່ຄັນປັກໄວ້.
ຄໍາວ່າ ຊິງ ເມື່ອເອົາມາໃຊ້ເປັນຄໍາກໍາມະໂດຍທີ່ເອົາມາປະສົມກັບຄໍາອື່ນມັນຈະມີຄວາມໝາຍຄ້າຍຄືກັນກັບຄໍາວ່າ ຊີງ ເຊັ່ນ:
ຊິງໄຊ: ໝາຍເຖິງ ຮົບເລວກັນ, ແຂ່ງຂັນກັນຢ່າງເອົາເປັນເອົາຕາຍເພື່ອຍາດເອົາໄຊຊະນະໃຫ້ໄດ້.
ຊິງຊັບ: ໝາຍເຖິງ ການເຮັດຜິດກົດໝາຍອາຍາຖານລັກຊັບໂດຍໃຊ້ກໍາລັງປະທຸດສະຮ້າຍເພື່ອໃຫ້ໄດ້ຫຼືຢຶດເອົາຊັບນັ້ນໄວ້.
ຊິງດີຊິງເດັ່ນ: ໝາຍເຖິງແກ້ງແຢ້ງແຂ່ງຂັນກັນ, ແຢ້ງກັນເອົາໜ້າຫຼືເອົາດີເອົາເດັ່ນ, ຂັດຂວາງຄວາມຈະເລີນກ້າວໜ້າຂອງຜູ້ອື່ນເພື່ອໃຫ້ຕົນດີເດັ່ນແຕ່ຜູ້ດຽວ.
ຄຳວ່າ ຊີງ.
ເປັນຄໍາກໍາມະ ໝາຍເຖິງ, ບຽດ, ຊ່ວງໄປກ່ອນ, ຍາດແຍ່ງເອົາໂດຍເຈົ້າຂອງບໍ່ໃຫ້.
ຕົວຢ່າງ :
ເມື່ອຍາມຢູ່ຕໍ່ໜ້າເຈົ້ານາຍ, ລູກນ້ອງມັກຊີງກັນເອົາໃຈນາຍ ເພື່ອເປັນຄວາມດີຄວາມຊອບ.
ຊີງສຸກກ່ອນເຫີ່ມ (ເຮັດສິ່ງທີ່ຍັງບໍ່ສົມຄວນແກ່ໄວອາຍຸຫຼືຍັງບໍ່ທັນເຖິງເວລາ).
ມື້ວານນີ້ ນາງນ້ອຍຖືກໂຈນຊີງກະເປົາເງິນ ໃນຂະນະທີ່ລາວກໍາລັງເລາະຕະຫຼາດ.
ສະຫຼຸບ.
ຄໍາວ່າ ຊິງ ຖ້າໃຊ້ຮູບແບບຂອງຄໍານາມ ແມ່ນຊື່ເອີ້ນ ໂລຫະຊະນິດໜຶ່ງທີ່ເອົາໄວ້ຊັ່ງຄວາມໜັກຂອງວັດຖຸ ເອີ້ນວ່າຕາຊິງ ແລະ ເປັນຊື່ຂອງໜູປະເພດໜຶ່ງ ເອີ້ນວ່າ ໜູຊິງ, ແຕ່ຖ້າຫາກເອົາຄໍານີ້ໄປປະສົມກັບຄໍາອື່ນ ແລ້ວໃຊ້ໃນຮູບແບບຂອງຄໍາກໍາມະ ມັນກໍ່ຈະມີຄວາມໝາຍຄ້າຍຄືກັບຄໍາວ່າ ຊີງ ເຊັ່ນ: ຊິງໄຊ, ຊິງຊັບ, ຊິງດີຊິງເດັ່ນ…; ສ່ວນຄໍາວ່າ ຊີງ ແມ່ນຄໍາກໍາມະທີ່ໝາຍເຖິງການຍາດແຍ່ງເອົາ ແລະ ການຊ່ວງໄປກ່ອນເວລາອັນຄວນ.
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo