ຄຳວ່າ ຈູບ ມີຄວາມໝາຍແນວໃດແດ່ໃນພາສາລາວ?

DooDiDo
ອະທິບາຍຄວາມໝາຍຂອງຄຳວ່າ ຈູບ ໃນພາສາລາວ.
ຄວາມຮັກເປັນສິ່ງທີ່ຫອມຫວານໃນກຸ່ມບ່າວສາວ ຫລື ເວົ້າໄດ້ວ່າທຸກໄວເລີຍບາງຄົນຮັກກັນດົນແລ້ວຄວາມຫວານທີ່ເຄີຍມີໃນຄັ້ງອະດີດກໍຄ່ອຍໆຈືດຈາງລົງໄປແຕ່ບາງຄົນກໍຄົງຍັງຮັກສາໄວ້ໄດ້ ແລະ ການສະແດງຄວາມຮັກອີກອັນໜຶ່ງໃນຄົນເຮົາທີ່ສື່ສານເຖິງຄວາມຮັກໄດ້ເປັນຢ່າງດີນັ້ນກໍຄືການ ຈູບ ບໍ່ວ່າຈະເປັນຄວາມຮັກຕໍ່ແຟນ, ເມຍ, ໝູ່ຄູ່ ແລະ ລູກຫລານ.
ພາສາລາວໃນຕອນນີ້ຈະມາອະທິບາຍຄວາມໝາຍຂອງຄຳວ່າຈູບ, ເນືອງຈາກວ່າຄວາມໝາຍຂອງຄຳນີ້ບໍ່ພຽງແຕ່ມີຄວາມໝາຍວ່າເປັນການສະແດງຄວາມຮັກແພງກັນ ແລະ ກັນ ເທົ່ານັ້ນ, ໃນພາສາລາວຍັງສາມາແປໄປໄດ້ຫລາຍໆຄວາມໝາຍທັງຄຳນາມຄຳກຳມະ ແລະ ອື່ນໆເຊິງເຮົາຈະເອົາຄວາມໝາຍຕ່າງໆມາອະທິບາຍໃຫ້ຮູ້ໄປນຳກັນ, ໃນບົດນີ້ຈະອີງຕາມວັດຈະນານຸກົມມາອະທິບາຍ ແລະ ໃຫ້ຄວາມໝາຍຂອງຄຳດັ່ງນີ້.

ຄຳວ່າ ຈູບ.
ຄວາມໝາຍທີ່ 1. ແມ່ນຊື່ຫອຍສະນິດໜຶ່ງ ໜ່ວຍນ້ອຍກົ້ນແຫລມ ມີຕາມຫ້ວຍຕາມໜອງ ເອີ້ນວ່າ ຫອຍຈູບ ບາງເຂດກໍເອີ້ນວ່າ ຫອຍຂົມ, …
ຄວາມໝາຍທີ່ 2. ດຶງ, ດູດ, ການດຶງດູດເຂົ້າຫາກັນ….
ຄວາມໝາຍທີ່ 3. ການໃຊ້ປາກຈູບ ຫລື ດົມດ້ວຍຄວາມຮັກ ເອີ້ນວ່າ ຈູບ, ໃຊ້ປາກດູດສິ່ງໃດສິ່ງໜຶ່ງ
ຕົວຢ່າງ:
ວານນີ້ແມ່ຂ້ອຍໄປໜອງຊອກຫາຫອຍຈູບມາກິນ.
ຫລາຍຂ້ອຍຫລິ້ນເຫລັກກ້າສອງໜ່ວຍ ເຮັດມັນຈູບເຂົ້າຕິດກັນ.
ປ້າຂ້ອຍລາວຮັກຫລານແພງຫລານແຮງ ເຫັນເທືອໃດແລ້ວຈູບຫລານຈົນວ່າແກ້ມເປື້ອນນ້ຳລາຍໄປເລີຍ.
ສະຫຼຸບ.
ຄຳວ່າ ຈູບ. ແມ່ນຊື່ຫອຍສະນິດໜຶ່ງ ໜ່ວຍນ້ອຍກົ້ນແຫລມ ມີຕາມຫ້ວຍຕາມໜອງ ເອີ້ນວ່າ ຫອຍຈູບ ບາງເຂດກໍເອີ້ນວ່າ ຫອຍຂົມ.
ດຶງ, ດູດ, ການດຶງດູດເຂົ້າຫາກັນ, ການໃຊ້ປາກຈູບ ຫລື ດົມດ້ວຍຄວາມຮັກ ເອີ້ນວ່າ ຈູບ, ໃຊ້ປາກດູດສິ່ງໃດສິ່ງໜຶ່ງ, …
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo