ຄຳວ່າ ຈືດ ແລະ ຈາງ ມີຄວາມໝາຍອັນດຽວກັນບໍ່?

DooDiDo
ຄວາມໝາຍຂອງຄໍາວ່າ ຈືດ ແລະ ຈາງ ໃນພາສາລາວ.
ຄໍາວ່າ ຈືດ ແລະ ຈາງ ຫຼາຍຄົງເຄີຍໃຊ້ຫຼົງກັນ ເພາະຄິດວ່າມັນມີຄວາມໝາຍຄືກັນ ແຕ່ທີ່ຈິງແລ້ວຄວາມ ໝາຍຂອງມັນແຕກຕ່າງກັນ ທັງນີ້ສ່ວນໜຶ່ງກໍຍ້ອນຄວາມຊິນເຄີຍໃນການນໍາໃຊ້ພາສາ ພໍ່ແມ່ພາເວົ້າແນວໃດກໍ່ເວົ້າຕາມກັນ ຈົນບາງເທື່ອກໍບໍ່ຖືກຕາມຄວາມໝາຍຂອງມັນ.
ດັ່ງທີ່ເຮົາຮູ້ກັນດີວ່າ ພາສາລາວເປັນພາສາທີ່ມີຄວາມອຸດົມສົມບູນໃນການນໍາໃຊ້, ເຊິ່ງຄໍາສັບໜຶ່ງມັນສາມາດແປໄດ້ຫຼາຍຄວາມໝາຍ, ມີບາງຄໍາສັບຂຽນຄ້າຍຄືກັນ ແລະ ການອອກສຽງກໍ່ມີຄວາມແຕກຕ່າງກັນພຽງເລັກນ້ອຍ, ແຕ່ລະຄໍາສັບນັ້ນ ມັນກໍ່ມີຄວາມໝາຍແຕກຕ່າງກັນອອກໄປ ຂຶ້ນກັບຮູບແບບຂອງປະໂຫຍກນັ້ນໆ, ໂດຍທົ່ວໄປແລ້ວ ການອອກສຽງແມ່ນຂຶ້ນກັບສໍານຽງຂອງກຸ່ມຄົນແຕ່ລະຊົນເຜົ່າທີ່ອາໄສຢູ່ແຕ່ລະພາກຂອງປະເທດລາວ.

ສະນັ້ນ, ໃນບົດຄວາມນີ້ເຮົາຈະມາເວົ້າເຖິງ ຄວາມໝາຍຂອງ ຄໍາວ່າ ຈືດ ແລະ ຈາງ, ໂດຍອີງຈາກຂໍ້ມູນບາງສ່ວນໃນວັດຈະນານຸກົມພາສາລາວ ສະບັບຄົ້ນຄວ້າ ແລະ ຮຽບຮຽງ ໂດຍ ທອງຄຳ ອ່ອນມະນີສອນ, ເພື່ອມາອະທິບາຍຄວາມໝາຍສອງຄໍາສັບດັ່ງກ່າວ ດັ່ງນີ້:
ຄຳວ່າ ຈືດ.
ຈືດ ເປັນທັງຄໍາຄຸນນາມ ແລະ ຄໍາກໍາມະ ມີຄວາມໝາຍແຕກຕ່າງກັນອອກໄປເຊັ່ນ:
ຈືດ (ຄໍາຄຸນນາມ) ໝາຍເຖິງ ໝົດລົດຊາດ, ບໍ່ມີລົດຊາດ, ບໍ່ປຸກ, ບໍ່ອຸດົມ
ຕົວຢ່າງເຊັ່ນ:
ແກງທີ່ໝົດລົດຊາດເອີ້ນວ່າ ແກງຈືດ;
ຢາສູບທີ່ບໍ່ປຸກ ເອີ້ນວ່າຢາຈືດ;
ດິນທີ່ປູກຝັງບໍ່ງາມ ເອີ້ນວ່າ ດິນຈືດ;
ບິດຜ້າໃຫ້ໝົດນໍ້າ ເອີ້ນວ່າ ບິດຜ້າຈືດ;
ນອກນີ້ຍັງໃຊ້ອາຍທິບາຍສີໜ້າຂອງຄົນໄດ້ ເຊັ່ນວ່າ: ຄົນບໍ່ສະບາຍ ທຽວຖ່າຍທ້ອງຫຼາຍຈົນໜ້າຈືດ.
ຈືດ ເມື່ອໃຊໃນຮູບແບບຂອງຄໍາກໍາມະຈະປ່ຽນເປັນອີກຄວາມໝາຍໜຶ່ງຄື: ເຫີນຫ່າງ, ຖິ້ມປະ, ບໍ່ອາໄລອາວອນນໍາ.
ຕົວຢ່າງ:
ຄວາມຮັກຫວານຕົ້ນຈືດປາຍ (ໝາຍເຖິງຮັກກັນພໍດົນນານກໍ່ປ່ຽນແປງ);
ແມ່ໃຈຈືດໃຈດໍາເອົາລູກໄປຖິ້ມໄວ້ຖັງຂີ້ເຫຍື້ອ.
ຄຳວ່າ ຈາງ.
ຈາງ ໃຊ້ເປັນຄໍາຄຸນນາມ ມີຄວາມໝາຍວ່າ ບໍ່ເຄັມ, ບໍ່ເຂັ້ມ…
ຕົວຢ່າງ:
ແມ່ເຮັດແກງປາມື້ນີ້ຄືຈາງເກືອແທ້. (ອາຫານໃສ່ເກືອບໍ່ພໍ ເອີ້ນວ່າ ຈາງເກືອ);
ສີເຮືອນນີ້ມັນຢາກຈາງໂພດ ຂ້ອຍຕ້ອງການໃຫ້ສີເຮືອນຂອງຂ້ອຍໂດດເດັ່ນກວ່ານີ້ (ນາຍຊ່າງປະສົມສີບໍ່ເຂັ້ມ ເອີ້ນສີຈາງ).
ສະຫຼຸບ.
ຄໍາວ່າ ຈືດ ແລະ ຈາງ ສອງຄໍານີ້ ມີຄວາມໝາຍຕ່າງກັນ, ຄໍາວ່າ ຈືດ ໃຊ້ໃນຮູບແບບຂອງຄໍາຄຸນນາມ ໝາຍເຖິງ ບໍ່ມີລົດຊາດ, ບໍ່ປຸກ, ແຕ່ຖ້າໃຊ້ໃນຮູບແບບຂອງຄໍາກໍາມະແມ່ນໝາຍເຖິງບໍ່ໃສ່ໃຈໃຍດີ, ໝົດຄວາມຫ່ວງຫາອາວອນຕໍ່ກັນ, ສ່ວວນຄໍາວ່າ ຈາງ ໝາຍເຖິງ ບໍ່ເຄັມ ຫຼື ບໍ່ເຂັ້ມ ເອີ້ນວ່າ ຈາງ.
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo