ຄະນະຈັດຕັ້ງສູນກາງພັກຜ່ອນຊົມແຫລ່ງທ່ອງທ່ຽວອຸທິຍານພູຜາສຸກ

ຂປລ.
ຄະນະຈັດຕັ້ງສູນກາງພັກທ່ຽວຊົມ ແລະ ຢ້ຽມຢາມແຫລ່ງທ່ອງທ່ຽວອຸທິຍານພູຜາສຸກ
ເປັນໂອກາດອັນດີຂອງຄະນະຈັດຕັ້ງສູນກາງພັກເນື່ອງໃນໂອກາດ ເຄື່ອນໄຫວເຮັດວຽກຢູ່ແຂວງສາລະວັນ ໄດ້ມີເວລາພັກຜ່ອນ ແລະ ທ່ຽວຊົມແຫຼ່ງທ່ອງທ່ຽວຂອງແຂວງ, ທ່ານ ນາງ ສີໃສ ລືເດດມູນ ສອນ ຫົວໜ້າຄະນະຈັດຕັ້ງສູນກາງພັກ ພ້ອມດ້ວຍຄະນະ ໄດ້ລົງຢ້ຽມຢາມ ແລະ ທ່ຽວຊົມແຫລ່ງທ່ອງທ່ຽວອຸທິ ຍານພູຜາສຸກ ແຂວງສາລະວັນ
ໂດຍການຕ້ອນຮັບ ແລະ ນຳພາທ່ຽວຊົມຂອງ ທ່ານ ສົມໃຈ ອຸ່ນຈິດ ຮອງເຈົ້າ ແຂວງສາລະວັນ, ຜູ້ຊີ້ນຳວຽກງານວັດທະນະທຳ-ສັງຄົມ, ທ່ານ ມະໄລວອນ ສີປະເສີດ ຫົວໜ້າພະແນກຖະແຫລງ ຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງ ພ້ອມຄະນະ ແລະ ພາກສ່ວນທີ່ກ່ຽວຂ້ອງ.
ການລົງຢ້ຽມຢາມ ແຫລ່ງທ່ອງທ່ຽວອຸທິຍານພູຜາສຸກ ໃນຄັ້ງນີ້, ທ່ານ ນາງ ສີໃສ ລືເດດມູນສອນ ໄດ້ຮັບ ຟັງການລາຍງານກ່ຽວກັບປະຫວັດຄວາມເປັນມາ ໃນການຄົ້ນພົບ ແລະ ການພັດທະນາແຫລ່ງທ່ອງທ່ຽວອຸທິຍານ ພູຜາສຸກ ໃນແຕ່ລະໄລຍະ, ເລີ່ມພັດທະນາ ແຕ່ປີ 2017 ເປັນຕົ້ນມາ, ເປັນເຂດທີ່ມີຄວາມອຸດົມສົມບູນທາງດ້ານທໍາມະຊາດ

ພິເສດໃນຈຸດດັ່ງກ່າວ ມີຖ້ຳທັງໝົດຈຳນວນ 9 ຖໍ້າ ແລະ ມີຄວາມສວຍສົດງົດງາມ, ພາຍໃນຖໍ້າມີຫີນ ງອກ, ຫີນຍອຍເຫລື້ອມຄ້າຍຄືເພັດພອຍ, ມີແຫລ່ງນ້ຳ, ນ້ຳຕົກຕາດ, ມີພູຜາປ່າໄມ້ທີ່ສວຍງາມ, ຕໍ່ກັບການພັດທະ ນາແຫລ່ງທ່ອງທ່ຽວເຂດດັ່ງກ່າວ ອົງການປົກຄອງແຂວງສາລະວັນ ໄດ້ໃຊ້ງົບປະມານລັດຈຳນວນໜຶ່ງເຊັ່ນ:
ບຸກເບີກ ເສັ້ນທາງເຂົ້າ, ບຸກເບີກເນື້ອທີ່, ຕິດຕັ້ງດອກໄຟໃນຖ້ຳ, ສ້າງທາງຢ່າງທ່ຽວຊົມ, ປຸກສ້າງສາລາຊົມວິວ, ກໍ່ສ້າງສູນຂໍ້ ມູນດ້ານການທ່ອງທ່ຽວ, ອ່າງເກັບນໍ້າ ແລະ ອື່ນໆ.
ພາຍຫລັງທີ່ໄດ້ຮັບຟັງການລາຍງານແລ້ວ, ທ່ານກໍ່ໄດ້ເຂົ້າທ່ຽວ ຊົມພາຍໃນຖໍ້າພູຜາສຸກ, ແຕ່ລະຈຸດພາຍໃນຖ້ຳ, ການກໍ່ສ້າງ ແລະ ພັດທະນາ, ພ້ອມທັງໄດ້ທ່ຽວຊົມເບິ່ງ ຫີນງອກ, ຫີນຍ້ອຍ ທີ່ມີຫລາຍສີສັນ ແລະ ຈຸດຊົມວີວຕ່າງໆພາຍໃນຖ້ຳພູຜາສຸກ, ເບິ່ງຂອບເຂດການພັດທະນາໃນບໍລິເວນ ອ້ອມຮອບ.

ໂອກາດດັ່ງກ່າວ, ທ່ານຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ທີ່ຄະນະພັກ, ຄະນະນຳຂອງແຂວງສາລະວັນ ໄດ້ເອົາໃຈໃສ່ປົກປັກຮັກສາຊັບພະຍາກອນທຳມະຊາດ ແລະ ພັດທະນາມາແຕ່ລະ ໄລຍະ, ທັງເຮັດແຫລ່ງທ່ອງທ່ຽວແຫ່ງດັ່ງກ່າວ ທີ່ເຕັມໄປດ້ວຍຄວາມອຸດົມສົມບູນໄປ ທາງດ້ານທຳມະຊາດ ທີ່ສວຍ ສົດງົດງາມ ແລະ ມີຄວາມຍືນຍົງ. ຈາກນັ້ນ, ກໍໄດ້ໄປຢ້ຽມຊົມ ຫໍໄຕປີດົກ ມໍລະດົກແຫ່ງຊາດລະດັບທ້ອງຖິ່ນຂອງ ແຂວງສາລະວັນ ຕື່ມອີກ.
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo
ຂອບໃຈແຫຼ່ງຂໍ້ມູນຈາກ: ຂປລ.