ຄວາມໝາຍ ແລະ ວິທີການນໍາໃຊ້ ຄໍາວ່າ ຍ່າ ແລະ ຢ່າ.

DooDiDo
ພາສາລາວຄໍາວ່າ ຍ່າ ແລະ ຢ່າ ມີຄວາມໝາຍນແນວໃດ?
ແນ່ນອນວ່າຫຼາຍຄົນສັບສົນໃນການຈໍາແນກຄໍາສັບເພາະວ່າຄໍາສັບໜຶ່ງສາມາດແປ ໄດ້ຫຼາຍຄວາມໝາຍ ຈົນເຮັດໃຫ້ຈໍາແນກບໍ່ໄດ້ວ່າຄວນໃຊ້ຄໍາໃດຈຶ່ງຈະຖືກຕ້ອງ, ເຊິ່ງມັນມີຫລາຍໆຄຳທີ່ອອກສຽງຄ້າຍຄືກັນ ລວມທັງຄວາມໝາຍກໍໃກ້ຄຽງກັນ ແລະ ເວລານຳໄປໃຊ້ຕົວຈິງ ສໍານຽງສຽງເວົ້າກໍ່ແຕກຕ່າງກັນໄປ ຂື້ນກັບຄົນຢູ່ແຕ່ລະຂົງເຂດ, ແຕ່ລະແຂວງ ແລະ ແຕ່ລະພາກ ທັງເໜືອ ກາງ ໃຕ້ ຂອງປະເທດລາວ.
ໃນບົດນີ້ ເຮົາຈະເວົ້າເຖິງຄວາມໝາຍ ແລະ ວິທີການນໍາໃຊ້ ຄໍາວ່າ ຍ່າ ແລະ ຢ່າ ສອງຄໍານີ້ຂຽນຄ້າຍຄືກັນ ທັງການອອກສຽງກໍ່ຄ້າຍກັນ ແລະ ຫຼາຍຄົນບໍ່ຄ່ອຍໃຫ້ຄວາມສໍາຄັນ ຄິດວ່າຂຽນແນວໃດກໍ່ຖືກຕ້ອງ ແຕ່ໃນຄວາມເປັນຈິງແລ້ວມັນມີຄວາມໝາຍຕ່າງກັນໂດຍສິ້ນເຊີງ.
ເພື່ອທໍາຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບສອງຄໍານີ້ ຂໍນໍາເອົາຂໍ້ມູນຈາກວັດຈະນານຸກົມພາສາລາວ ສະບັບຄົ້ນຄວ້າ ແລະ ຮຽບຮຽງ ໂດຍ ທອງຄຳ ອ່ອນມະນີສອນ, ມາປະກອບໃສ່ໃນການອະທິບາຍຄວາມໝາຍສອງຄໍາສັບດັ່ງກ່າວ ດັ່ງນີ້:

ຄຳວ່າ ຍ່າ.
ຍ່າ (ຄໍານາມ1) ໝາຍເຖິງ ແມ່ຂອງພໍ່ເຮົາ ເອີ້ນວ່າ ຍ່າ ຫຼື ຜູ້ເປັນລູກໄພ້ເອີ້ນແມ່ຜົວຂອງຕົນເອງວ່າ ຍ່າ ຫຼື ແມ່ຍ່າ ກໍ່ວ່າ. ນອກຈາກນີ້ ແມ່ຂອງປູ່ ແລະ ຍ່າເຮົາ ເອີ້ນວ່າ ຍ່າທວດ.
ຕົວຢ່າງ: ລູກຊາຍຂອງຂ້ອຍແຕ່ງດອງໄດ້ 2 ປີແລ້ວ ປະຈຸບັນເມຍຂອງລາວກໍາລັງຖືພາ ສະແດງວ່າຂ້ອຍກໍາລັງຈະໄດ້ເປັນຍ່າຄົນແລ້ວ.
ຄໍາບູຮານເພິ່ນເວົ້າໄວ້ວ່າຄວາມສໍາພັນລະຫວ່າງ ແມ່ຍ່າກັບລູກໄພ້ ກໍ່ຊໍ່າໝາກເຜັດກັບແກ່ນຕາ.
ຄຳວ່າ ຢ່າ.
ຢ່າ (ຄໍາກໍາມະ) ເປັນຄໍາຊ່ອຍກິລິຍາ ໝາຍເຖິງ ບອກຫ້າມໃຫ້ເຊົາ ຫຼືບໍ່ເຮັດ, ຢຸດ, ເຊົາ; ເລີກເປັນຜົວເມຍກັນ ຮຽກວ່າຢ່າຮ້າງ, ຄູ່ຂາການພະນັນ ທີ່ບໍ່ກິນກັນເອີ້ນວ່າຢ່າກັນ.
ຕົວຢ່າງ:
ລູກເອີ້ຍຢ່າຂັບລົດໄວຫຼາຍຍ້ານເກີດອຸບັດຕິເຫດ.
ເຈົ້າຢ່າມັກຕວະລູກຫຼາຍ ຕວະຫຼາຍເທື່ອຕໍ່ຫຼາຍເທື່ອເຂົາຈະບໍ່ເຊື່ອຟັງເຈົ້າ.
ອາວ ກັບ ອາໄພ້ຂອງຂ້ອຍມີບັນຫາກັນໃນການໃຊ້ຊີວິດຄູ່ ພວກເຂົາຈຶ່ງຕັດສິນໃຈຢ່າກັນ.
ສະຫຼຸບ.
ສອງຄໍາສັບດັ່ງກ່າວ ເຖິງອ່ານອອກສຽງຄ້າຍຄືກັນ ແຕ່ວ່າມີຄວາມໝາຍທີ່ແຕກຕ່າງກັນ, ຄໍາວ່າ ຍ່າ ໝາຍເຖິງ ແມ່ຂອງພໍ່ເຮົາ, ສ່ວນຄໍາວ່າ ຢ່າ ໝາຍເຖິງບອກຫ້າມໃຫ້ເຊົາ ຫຼືບໍ່ເຮັດ…ສະນັ້ນ, ເພື່ອຫຼີກລ່ຽງຄວາມຜິດພາດໃນການໃຊ້ເຮົາຄວນສຶກສາຄໍາສັບດັ່ງກ່າວໃຫ້ລະອຽດຖີ່ຖ້ວນ.
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo