ຄວາມໝາຍຂອງຄໍາວ່າ ຫຼົບ ແລະ ຫຼີກ ໃນພາສາລາວ.

DooDiDo
ອະທິບາຍ ຄໍາວ່າ ຫຼົບ ແລະ ຫຼີກ ໃນພາສາລາວມີຄວາມໝາຍແນວໃດ?
ຄຳເວົ້າ ແລະ ການສະກົດຄຳໃນພາສາລາວມີຫລາຍໆຄຳທີ່ອອກສຽງຄ້າຍຄືກັນ ລວມທັງຄວາມໝາຍກໍໃກ້ຄຽງກັນ, ແຕ່ເວລານຳໄປໃຊ້ ສໍານຽງສຽງເວົ້າກໍ່ແຕກຕ່າງກັນໄປ ຂື້ນກັບຄົນຢູ່ແຕ່ລະເຂດ, ແຂວງ ແລະ ແຕ່ລະພາກຂອງປະເທດລາວ ໂດຍສະເພາະຄົນຊົນເຜົ່າ ເວລາເວົ້າອອກສຽງຜິດພາດໄປເລັກນ້ອຍກໍຈະກາຍເປັນຄວາມໝາຍອື່ນ.
ໃນບົດຄວາມຕອນນີ້ ເຮົາຈະເວົ້າເຖິງຄວາມໝາຍຂອງຄໍາວ່າ ຫຼົບ ແລະ ຫຼີກ ສອງຄໍານີ້ ຈະມີຄວາມໝາຍຄ້າຍຄືກັນ ຫຼື ແຕກຕ່າງກັນແນວໃດ ເຮົາມາສຶກສາ ແລະ ຮຽນຮູ້ໄປນໍາກັນ ໂດຍອີງໃສ່ຂໍ້ມູນຈາກວັດຈະນານຸກົມພາສາລາວ ສະບັບຄົ້ນຄວ້າ ແລະ ຮຽບຮຽງ ໂດຍ ທອງຄຳ ອ່ອນມະນີສອນ, ເຊິ່ງເພິ່ນໄດ້ອະທິບາຍຄວາມໝາຍສອງຄໍາສັບດັ່ງກ່າວ ໄວ້ຂ່ອນຂ້າງຊັດເຈນຄືດັ່ງນີ້:

ຄຳວ່າ ຫຼົບ.
ຫຼົບ ສາມາດໃຊ້ເປັນທັງຄໍາກໍາມະ ແລະ ຄໍານາມໄດ້ ເຊັ່ນ:
– ຄໍາກໍາມະ. ໝາຍເຖິງ ເວັ້ນ ບໍ່ໃຫ້ຖືກຕົວ (ກໍລະນີມີວັດຖຸໃດໜຶ່ງຟົ້ງມາຫາເຮົາແລ້ວເຮົາເອົາຕົວເອງຫຍັບອອກເອີ້ນວ່າຫຼົບ)
ຕົວຢ່າງ:
ຂ້ອຍກໍາລັງນັ່ງຊົມການແຂ່ງຂັນບານເຕະ, ທັນທີທັນໃດໝາກບານກໍ່ກະເດັນມາຫາຂ້ອຍ ແລະ ຂ້ອຍກໍ່ສາມາດຫຼົບໄດ້ທັນ.
ຝົນຕົກລົງມາໃນຂະນະທີ່ຂ້ອຍກໍາລັງຍ່າງອອກກໍາລັງກາຍ ຂ້ອຍເລີຍຊອກຫາບ່ອນຫົ່ມເພື່ອຫຼົບຝົນ.
– ຄໍານາມ. ໝາຍເຖິງ ປົກໄວ້ເທິງຫຼັງຄາ ຫຼົບເຮືອນ.
ຄຳວ່າ ຫຼີກ.
ຫຼີກ ເປັນຄໍາກໍາມະ ໝາຍເຖິງ ເວັ້ນ, ຜິກ, ຫຍັບອອກຈາກທາງ (ກໍລະນີວັດຖຸນັ້ນຢູ່ກັບທີ່ແລ້ວເຮົາບໍ່ຢາກກະທົບໃສ່ມັນ ເຮົາເອົາຕົວຫຍັບອອກ ເອີ້ນວ່າ ຫຼີກ) ຫຼື ຫຼີກລ່ຽງ ກໍວ່າໄດ້.
ຕົວຢ່າງ:
ຂ້ອຍຂັບລົດລັອກແລັກໄປມາກໍຍ້ອນຫຼີກຂຸມ, ເພາະວ່າຫົນທາງບ້ານຂ້ອຍມີຂຸມຫຼາຍ.
ຂ້ອຍຫຼີກລ້ຽງການໃຊ້ຖະໜົນສາຍຫຼັກໃນຍາມໂມງການ ເພາະມັນລົດຕິດຫຼາຍ.
ສະຫຼຸບ.
ຄໍາວ່າ ຫຼົບ ແລະ ຫຼີກ ສອງຄໍານີ້ແມ່ນມີຄວາມໝາຍຄ້າຍຄືກັນ ແຕ່ຖ້າຫາກເຈາະເລີກເຂົ້າໄປລາຍລະອຽດຈະເຫັນຖິງຄວາມແຕກຕ່າງກັນ, ຄໍາວ່າ ຫຼົບ ມີຄວາມໝາຍວ່າ ເວັ້ນ ບໍ່ໃຫ້ຖືກຕົວ, ສ່ວນຄໍາວ່າ ຫຼີກ ແມ່ນເວັ້ນ ຫຼື ຫຍັບອອກຈາກທາງ, ຫຼີກລ່ຽງ ບໍ່ໃຫ້ຕົວໄປຖືກກັບວັດຖຸນັ້ນ. ສະນັ້ນ ໃນການໃຊ້ສອງຄໍາສັບນີ້ຄວາມສະມັດລະມັງ ຫຼັກການຂອງໂຄງສ້າງປະໂຫຍກ, ເພາະຖ້າຫາກໃຊ້ບໍ່ຖືກຄໍາ ກໍຈະເຮັດໃຫ້ຄວາມໝາຍຂອງມັນປ່ຽນໄປ.
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo