ຄວາມໝາຍຂອງຄໍາວ່າ ກອຍ ກັບ ໄກວ ໃນພາສາລາວ

SA Game

DooDiDo

ຄໍາວ່າ ກອຍ ກັບ ໄກວ ມີຄວາມໝາຍຕ່າງກັນແນວໃດ?

ພາສາລາວເປັນພາສາທີ່ມີຄວາມອຸດົມສົມບູນໃນການນໍາໃຊ້, ເຊິ່ງຄໍາສັບໜຶ່ງມັນສາມາດແປໄດ້ຫຼາຍຄວາມໝາຍ, ມີບາງຄໍາສັບຂຽນຄ້າຍຄືກັນ ແລະ ການອອກສຽງກໍ່ມີຄວາມແຕກຕ່າງກັນພຽງເລັກນ້ອຍ, ແຕ່ລະຄໍາສັບນັ້ນ ມັນກໍ່ມີຄວາມໝາຍແຕກຕ່າງກັນອອກໄປ ຂຶ້ນກັບຮູບແບບຂອງປະໂຫຍກນັ້ນໆ, ໂດຍທົ່ວໄປແລ້ວ ການອອກສຽງແມ່ນຂຶ້ນກັບສໍານຽງຂອງກຸ່ມຄົນແຕ່ລະຊົນເຜົ່າທີ່ອາໄສຢູ່ແຕ່ລະພາກຂອງປະເທດລາວ.

ໃນບົດຄວາມນີ້ເຮົາຈະມາເວົ້າເຖິງ ຄວາມໝາຍຂອງ ຄໍາວ່າ ກອຍ ກັບ ໄກວ, ເຊິ່ງຖ້າຫາກວ່າເຮົາບໍ່ຟັງດີໆ ຫຼື ຟັງແບບຜິວເຜີນ ກໍ່ອາດຈະຈໍາແນກບໍ່ອອກວ່າຄໍາໃດເປັນຄໍາໃດ ເພາະວ່າມັນມີສໍານຽງທີ່ຂ່ອນຂ້າງຄ້າຍຄືກັນ ຈຶ່ງເຮັດໃຫ້ຄົນສ່ວນຫຼາຍມີຄວາມສັບສົນໃນການເວົ້າ ແລະ ຟັງ ສອງຄໍາສັບນີ້. ອີງຕາມຂໍ້ມູນຈາກວັດຈະນານຸກົມພາສາລາວສະບັບ ທີ່ ຄົ້ນຄວ້າ ແລະ ຮຽບຮຽງ ໂດຍ ທອງຄຳ ອ່ອນມະນີສອນ
ເຮົາສາມາດອະທິບາຍຄວາມໝາຍຄໍາສັບດັ່ງກ່າວໄດ້ດັ່ງນີ້:

SA Game
DooDiDo
ຄຳວ່າ ກອຍ.

ເປັນໄດ້ທັງຄໍາກໍາມະ ແລະ ຄໍານາມ ຊຶ່ງມີຄວາມໝາຍແຕກຕ່າງກັນຄື:
ກອຍ (ຄໍາກໍາມະ) ໝາຍເຖິງ ຜະສົມ ຫຼື ປະສົມ ເຂົ້າກັນ; ໂຮມເຂົ້າກັນ (ກອຍແຮງ).

ຕົວຢ່າງ:

ເອົາຂີ້ຊີມາປົ່ນລະອຽດ ແລ້ວປະສົມນໍ້າມັນຍາງເພື່ອທາໃສ່ຄຸ (ເອີ້ນວ່າ ກອຍຂີ້ຊີ).

ໃນການອອກຮົບເສິກເຮົາຕ້ອງໂຮມກໍາລັງໃຫ້ພ້ອມນອກຈາກກຳລັງພົນແລ້ວຈະມີກຳລັງຊັບ ແລະ ກຳລັງປັນຍາ (ເອີ້ນວ່າກອຍແຮງ).

ກອຍ (ຄໍານາມ) ໝາຍເຖິງ ຊື່ໄມ້ທີ່ເປັນເຄືອຊະນິດໜຶ່ງຈຳພວກມັນມີຫົວກິນໄດ້, ກ້ານໃບຍາວ, ຫົວດິບມີພິດຖືກຕົນຕົວແລ້ວຄັນ ຕ້ອງແຊ່ນໍ້າໃຫ້ຈືດແລ້ວເອົາມາໜຶ້ງໃຫ້ສຸກຈຶ່ງກິນໄດ້ ແລະ ມັນສາມາດກິນຕາງເຂົ້າໄດ້.

ດັ່ງຄໍາພາສິດທີ່ວ່າ: ທຸກຍາກຮ້າຍໃຫ້ໄດ້ຢູ່ນຳກັນກອຍມັນມີຈຶ່ງຄ່ອຍຫາມາລ້ຽງ.

ຄຳວ່າ ໄກວ.

ເປັນຄໍາກໍມະ ໝາຍເຖິງ ແກ່ວງ, ແກ່ວງໄກວ, ແກ່ວງໄປມາ.

ຕົວຢ່າງ:

ແມ່ເຖົ້າຂອງຂ້ອຍໄກວອູ່ໄປມາເພື່ອກ່ອມໃຫ້ຫຼານນ້ອຍນອນຫຼັບ.

ສະຫຼຸບ.

ຄໍາວ່າ ກອຍ ແລະ ໄກວ ມີຄວາມໝາຍທີ່ແຕກຕ່າງກັນຫຼາຍ ເຖິງແມ່ນວ່າການອອກສຽງຈະຄ້າຍຄືກັນກໍ່ຕາມ. ສະນັ້ນ ເພື່ອຫຼີິີກລ່ຽງ ຄວາມຜິດພາດໃນການໃຊ້ພາສາເຮົາຄວນສຶກສາເບິ່ງຄວາມໝາຍຂອງຄຳນັ້ນໆໃຫ້ລະອຽດ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo