ຄວາມໝາຍຂອງຄຳວ່າ ສ່ວນຫຼາຍ ແລະ ສ່ວນໃຫຍ່ ໃນພາສາລາວ?

DooDiDo
ຄຳວ່າ ສ່ວນຫຼາຍ ແລະ ສ່ວນໃຫຍ່ ມີຄວາມໝາຍແບບໃດ?
ໃນພາສາລາວມີຫລາຍໆຄຳທີ່ສະກົດຕ່າງກັນອອກສຽງຕ່າງກັນແຕ່ໃຊ້ແທນກັນໄດ້ສາຍເຫດກໍມາຈາກຫລາຍປັດໃຈ ຈາກການເອົາຄຳມາປະສົມກັນ, ຈາກການອອກສຽງທີຄ້າຍຄືກັນ, ຈາກການເອົາຄວາມໝາຍທີ່ໃກ້ຄຽງກັນມານຳໃຊ້ທົດແທນກັນເຮັດໃຫ້ມີຄວາມໝາຍແບບດຽວກັນ ແລະ ອື່ນໆເປັນຕົ້ນ.
ສະນັ້ນບົດນີ້ຈະນຳເອົາຄຳວ່າ ສ່ວນຫຼາຍ ແລະ ສ່ວນໃຫຍ່ ທີ່ເປັນຄຳສັບທີມີຄວາມໝາຍໃກ້ຄຽງກັນ ແລະ ທັງໃຊ້ແທນກັນໄດ້ມານຳສະເໜີເພື່ອເປັນຂໍ້ຄິດໄປນຳກັນ, ຄິດວ່າຫລາຍໆຄົນກໍຄົງຈະຢາກຮູ້ຄືກັນວ່າຄວາມໝາຍສອງຄຳນີ້ມີລາຍລະອຽວແນວໃດ?.

ຄຳວ່າ ສ່ວນຫລາຍ.
ຄຳວ່າ “ຫຼາຍ” ໝາຍເຖິງ ບໍ່ໜ້ອຍ, ມາກມາຍ, ຂອງມີຈຳນວນມາກ ເອີ້ນ ຂອງຫຼາຍ; ຈຳນວນສິບໆ ເອີ້ນ ຫຼາຍສິບ; ຈຳນວນຮ້ອຍໆ ເອີ້ນ ຫຼາຍຮ້ອຍ ແລະເປັນຄຳພ້ອງຄວາມໝາຍກັບ “ມາກ”.
ຄຳວ່າ “ສ່ວນຫຼາຍ” ຈະເໝາະກັບຄວາມໝາຍທີ່ວ່າ “ພູດຫຼືສ່ວນທີ່ມີຈຳນວນຫຼາຍ” ກວ່າຄຳວ່າ “ສ່ວນໃຫຍ່”.
ຕົວຢ່າງ:
– ຄຳແດງໄດ້ເປັນຫົວໜ້າຫ້ອງ ເພາະສຽງສ່ວນຫຼາຍເລືອກເອົາລາວ.
– ເນື້ອໃນທີ່ອາຈານບັນຍາຍສ່ວນຫຼາຍອ້າງອີງມາຈາກເອກະສານລາວສະໄໝເກົ່າໆ.
– ຄົນຕ່າງປະເທດສ່ວນຫຼາຍຈະບໍ່ຮູ້ຈັກວ່າເມືອງແປກຢູ່ໃສ.
ຄຳວ່າ ສ່ວນໃຫຍ່.
ສຳລັບຄຳວ່າ “ໃຫຍ່” ໝາຍເຖິງ ບໍ່ນ້ອຍ, ກົງກັນຂ້າມກັບນ້ອຍ, ຂະຫຍາຍຂຶ້ນ, ຕື່ງຂຶ້ນ.
“ສ່ວນໃຫຍ່”. ແມ່ນກວມໄປເປັນຈຳນວນທີ່ຫລາຍກວ່າໃນການປຽບທຽບ.
ຕົວຢ່າງ:
– ພະນັກງານຫ້ອງການຢູ່ບ່ອນຂ້ອຍເຮັດວຽກ ສ່ວນໃຫຍ່ຮຽນຈົບຈາກ ມຊ.
– ຜູ້ປະສົບເຄາະຮ້າຍຈາກໄພພິບັດຄັ້ງນີ້ ສ່ວນໃຫຍ່ເປັນຊາວຕ່າງປະເທດ.
– ນັກທຸລະກິດຕ່າງປະເທດທີ່ມາລົງທຶນຢູ່ ສປປ ລາວ ສ່ວນໃຫຍ່ແມ່ນມາຈາກ ສປ ຈີນ.
ສະຫຼຸບ.
ຈາກຕົວຢ່າງຂ້າງເທິງນີ້ ຈະເຫັນໄດ້ວ່າແຕ່ລະປະໂຫຍກທີ່ມີຄຳສັບ “ສ່ວນຫຼາຍ” ສາມາດເອົາຄຳສັບ “ສ່ວນໃຫຍ່” ໄປແທນໄດ້ ແລະໃນປະໂຫຍກທີ່ມີຄຳສັບ “ສ່ວນໃຫຍ່” ກໍສາມາດນຳເອົາຄຳສັບສ່ວນຫຼາຍ” ໄປແທນໄດ້ເຊັ່ນດຽວກັນ ໂດຍທີ່ຄວາມໝາຍຂອງປະໂຫຍກບໍ່ມີການປ່ຽນແປງ. ຄຳວ່າ “ສ່ວນຫຼາຍ” ຈະເໝາະກັບຄວາມໝາຍທີ່ວ່າ “ພູດຫຼືສ່ວນທີ່ມີຈຳນວນຫຼາຍ” ກວ່າຄຳວ່າ “ສ່ວນໃຫຍ່”.
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo
ຂອບໃຈແຫລ່ງທີ່ມາ: Sengfa Hola.