ຂ່າວດີ! ອັດຕະປື ເປີດນໍາໃຊ້ຕຶກ ຟອກ-ປິ່ນປົວໝາກໄຂ່ຫລັງແລ້ວ

ຂປລ
ກ້າວໄປອີກຂັ້ນໂຮງໝໍແຂວງອັດຕະປື ເປີດພິທີນໍາໃຊ້ຕຶກຟອກ-ປິ່ນປົວໝາກໄຂ່ຫລັງ
ໂຮງໝໍແຂວງອັດຕະປື ໄດ້ຈັດພິທີເປີດການນໍາໃຊ້ ຕຶກຟອກຫມາກໄຂ່ຫລັງ ແລະ ປິ່ນປົວຄົນເຈັບ ຜູ້ທີ່ເປັນພະຍາດໝາກໄຂ່ຫລັງຊຸດໂຊມ ໃນວັນທີ 4 ສິງຫາ 2022 ຜ່ານມານີ້, ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ເພັດມີໄຊ ຄຳພັກດີ ເຈົ້າເມືອງສາມັກຄີໄຊ,ມີທ່ານ ອິນປັນ ອິນທິລາດ ຫົວໜ້າພະ ແນກສາທາລະນະສຸກແຂວງອັດຕະປື, ພ້ອມດ້ວຍພາກ ສ່ວນກ່ຽວຂ້ອງເຂົ້າຮ່ວມ .
ທ່ານ ດຣ ບຸນທະວີ ຈະເລີນຜົນ ຜູ້ອຳນວຍການໂຮງໝໍແຂວງອັດຕະປື ໄດ້ກ່າວວ່າ:
ໂຄງການຟອກໄຂ່ຫລັງ ເພື່ອປິ່ນປົວຄົນເຈັບທີ່ເປັນພະຍາດໄຂ່ຫລັງຊຸດໂຊມ ຂອງໂຮງໝໍແຂວງອັດຕະປື ຄັ້ງນີ້ ເປັນໂຄງການໜຶ່ງທີ່ຊ່ວຍຍົກລະດັບ ວຽກງານການປິ່ນປົວ ຢູ່ໂຮງໝໍ ແຂວງອັດຕະປື ແລະ ເປັນຄັ້ງປະຫວັດສາດ ໃນການຍົກລະດັບການປິ່ນປົວພະຍາດໄຂ່ຫລັງຊຸດໂຊມ ຢູ່ແຂວງອັດຕະປື ໃຫ້ທຽບທັນກັບບັນດາໂຮງໝໍແຂວງຕ່າງໆ ໃນທົ່ວປະເທດ, ທັງເປັນການຫລຸດຜ່ອນການເດີນທາງ ແລະ ປະຢັດຄ່າໃຊ້ຈ່າຍຕ່າງໆ ຂອງພໍ່ແມ່ປະຊາຊົນ ທີ່ເປັນພະຍາດໝາກໄຂ່ຫລັງຊຸດໂຊມ.

ໂຄງການສ້າງຕືກຟອກໝາກໄຂ້ຫລັງ ແຫ່ງນີ້ເກີດຂື້ນໄດ້ ຍ້ອນຄວາມເອົາໃຈໃສ່ຊຸກຍູ້ ຊ່ວຍເຫລືອຈາກການນຳກະຊວງສາທາລະນະສຸກ ກໍ່ຄືການນໍາຂອງແຂວງອັດຕະປື ແລະ ອົງການຮ່ວມມືສາກົນເກົາຫລີ ທີ່ໄດ້ຮ່ວມກັນໃຫ້ການສະໜັບສະໜູນທຶນ ເພື່ອມາສ້ອມແປງ ໃນມູນຄ່າ184 ລ້ານກີບ,ສ່ວນອຸປະກອນ ແມ່ນໄດ້ຮັບການຊ່ວຍເຫລືອຈາກອົງການຮ່ວມມືສາກົນເກົາຫລີ ຫລື ກອຍກາ

ໂດຍການຈັດຊື້ຜ່ານກົມປິ່ນປົວ ກະຊວງສາທາລະນະສຸກ ປະ ກອບມີ: ເຄື່ອງຟອກໄຂ່ຫລັງ 2 ເຄື່ອງ, ມູນຄ່າ 63.900 ໂດລາສະຫະລັດ ໂດຍແມ່ນບໍລິສັດວຽງທອງການຢາເປັນຜູ້ຮັບເໝົາຈັດຊື້ ແລະ ສະໜອງ ພ້ອມທັງຕິດຕັ້ງ, ທັງຈັດສະໜອງຢາ ແລະ ອຸບປະກອນຮັບໃຊ້ໃນການຟອກໃຫ້ອີກຈຳນວນໜຶ່ງ. ສ່ວນດ້ານບຸກຄະລາກອນ ທາງໂຮງຫມໍແຂວງ ກໍໄດ້ຈັດສົ່ງພະນັກງານໄປຝຶກອົບຮົມຢູ່ໂຮງໝໍ ແຂວງຈຳປາສັກ 2 ຊຸດ,ຊຸດລະ 3 ທ່ານ,ທ່ານໝໍ 1 ທ່ານ, ພະຍາບານ 2 ທ່ານ ໃຊ້ເວລາຝຶກອົບຮົມ 3 ເດືອນ.
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo
ຂອບໃຈແຫຼ່ງຂໍ້ມູນຈາກ: