ຂຶ້ນທະບຽນພະພຸດທະຮູບວັດພະບາດນາດູ່ ເມືອງລະຄອນເພັງ.

ພາບ: laoedaily.com.la
ວັດພະບາດນາດູ່ ເມືອງລະຄອນເພັງ ເລີ່ມຂຶ້ນທະບຽນພະພຸດທະຮູບ.
ເມືອງລະຄອນເພັງ, ແຂວງສາລະວັນ ແມ່ນເມືອງໜຶ່ງທີ່ມີຮີດຄອງວັດທະນາທຳ ແລະ ທຳມະຊາດ ລວມທັງແຫລ່ງທ່ອງທ່ຽວຫລາຍແຫ່ງທີ່ງົດງາມຫລາຍ, ໂດຍສະເພາະແມ່ນວັດທະນະທຳ ແລະ ພະພຸດທະຮູບ, ແລະ ຫລ້າສຸດ ຫຼັງຈາກໄດ້ສຳເລັດການຂຶ້ນທະບຽນພະພຸດທະຮູບແລ້ວຢູ່ວັດສີມຸງຄຸນ ( ວັດກາງ ) ເມືອງ ສາລະວັນແລ້ວ, ຈະເລີມສືບຕໍ່ຂື້ນທະບຽນພະພຸດທະຮູບຢູ່ເມືອງລະຄອນເພັງຕືມອີກ.
ຕາມການລາຍງານຂອງເວັບໄຊ laoedaily.com.la ໃຫ້ຮູ້ວ່າ, ໃນວັນທີ 22 ກັນຍາ 2020 ນີ້, ທ່ານ ມະໄລວອນ ສີປະເສີດ ຮັກສາການຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງສາລະວັນ ໄດ້ລົງຕິດຕາມການຂຶ້ນທະບຽນພະພຸດທະຮູບຢູ່ວັດພະບາດນາດູ່, ໃຫ້ກຽດເຂົ້າຮ່ວມມີທ່ານຮອງເຈົ້າເມືອງ ຜູ້ຊີ້ນຳວຽກງານວັດທະນະທຳ – ສັງຄົມ, ເຈົ້າອະທິການວັດ ພ້ອມດ້ວຍພາກສ່ວນຕ່າງໆທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ແກ້ວປະສິດ ຊິນນະຈັກ ຮັກສາການຫົວໜ້າຂະແໜງວິຈິດສິນ ແລະ ມໍລະດົກ ກໍໄດ້ລາຍງານການລົງເຄື່ອນໄຫວຄັ້ງນີ້ ເພື່ອເປັນການປົກປັກຮັກສາມໍລະດົກຂອງຊາດກໍຄືຂອງທ້ອງຖິ່ນໄວ້ບໍ່ໃຫ້ຕົກເຮ່ຍເສຍຫາຍໄປ, ໄວ້ໃຫ້ເຊັ່ນລູກ – ຫຼານ ແລະ ຮຸ່ນຕໍ່ໆໄປ.
ການຂຶ້ນທະບຽນແມ່ນຈະໄດ້ເຮັດຢ່າງລະອຽດໃຊ້ເວລາ 2 ອາທິດ ຈຶ່ງຈະສຳເລັດ ແລະ ເປັນແຫ່ງທີ 2 ຂອງແຂວງ, ພາຍຫຼັງໄດ້ສຳເລັດການຂຶ້ນທະບຽນພະພຸດທະຮູບແລ້ວຢູ່ວັດສີມຸງຄຸນ ( ວັດກາງ ) ເມືອງ ແລະ ແຂວງສາລະວັນ.
ທ່ານ ບຸນປອນ ອິນທະສອນ ຮອງຫົວໜ້າພະແນກ ຖວທ ແຂວງ ໃຫ້ສຳພາດວ່າ: ຈຸດປະສົງຫຼັກທີ່ສຳຄັນອີກອັນໜຶ່ງໃນການຂຶ້ນທະບຽບບັນຊີພະພຸດທະຮູບແຫ່ງນີ້ ແມ່ນເພື່ອກຽມຮັບຮອງເອົາວັດພະບາດນາດູ່ ເປັນມໍລະດົກຂັ້ນທ້ອງຖິ່ນກໍຄືຂອງແຂວງ.
ນອກຈາກນັ້ນກໍຍັງຈະໄດ້ມີການສຳຫຼວດ, ສັນນິຖານວັດຖຸຕ່າງໆທີ່ມີຢູ່ໃນວັດ ເປັນຕົ້ນ: ວັດຖຸທີ່ມີອາຍຸແຕ່ 50 ປີຂຶ້ນໄປ ຈະໄດ້ຂຶ້ນບັນຊີເປັນມໍລະດົກຂັ້ນທ້ອງຖິ່ນ ໂດຍສະເພາະແມ່ນຮອຍພະບາດ ແລະ ຮອຍສັງກະລີວ່າມີອາຍຸຈັກປີກໍຍັງບໍ່ທັນຮູ້.
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo
ຂອບໃຈແຫລ່ງທີ່ມາ: laoedaily.com.la.