ກຽມພົບ! ງານບຸນມະໂຫລານກາເຟ - ຊາ ແລະ ກະສິກຳພູພຽງບໍລະເວນ

Lao National Radio
ເມືອງປາກຊ່ອງຈະຈັດງານບຸນມະໂຫລານກາເຟ - ຊາ ແລະ ຜົນຜະລິດກະສິກຳພູພຽງບໍລະເວນ.
ເມືອງປາກຊ່ອງ ແຂວງຈຳປາສັກ ດິນແດນພູໄຟເກົ່າຖິ່ນກຳເນິດກາເຟລາວຈະຈັດ ງານບຸນມະໂຫລານກາເຟ - ຊາ ພູພຽງບໍລະເວນ ແລະ ຜົນຜະລິດກະສິກຳ ປະ ຈຳປີ 2023 ເຊິ່ງຈັດໄດ້ຂຶ້ນຢ່າງຫຍິ່ງໃຫຍ່ ແລະເປັນຄັ້ງປະຫວັດສາດ ຢູ່ ໃນວັນທີ 2 - 4 ກຸມພາ 2023, ທ່ານ ບຸນຍະເດດ ທອງສະຫວັນ ກໍາມະການພັກແຂວງ ຫົວໜ້າພະແນກອຸດສາ ຫະກໍາ ແລະ ການຄ້າແຂວງ ໃຫ້ສໍາພາດວ່າ:
ການຈັດງານໃນຄັ້ງນີ້ ຈຸດປະສົງເພື່ອເປັນການສືບຕໍ່ຈັດຕັັ້ງປະຕິບັດແຜນພັດທະນາເສດຖະກິດ – ສັງຄົມຂອງແຂວງ ກໍຄືແຜນພັດທະນາວຽກງານຂະແໜງອຸດສາຫະກໍາປຸງແຕ່ງ ແລະ ການຄ້າ 5 ປີ ຄັັ້ງທີ IX ຂອງແຂວງຈໍາປາສັກ
ໃນການຊຸກຍູ້ສົົ່ງເສີມການຜະລິດເປັນສິນຄ້າຢູ່ພາຍໃນໃຫ້ເຂັັ້ມແຂງ, ທັງເປັນການສືບຕໍ່ຜັນຂະຫຍາຍໂຄງການງານບຸນກາເຟ – ຊາ ພູພຽງບໍລະເວນໃນແຕ່ລະປີ ຕິດພັນກັບການສົົ່ງເສີມດ້ານການຕະ ຫຼາດ ໃຫ້ໄດ້ຮັບການຈັດຕັັ້ງປະຕິບັດເປັນລະບົບຕໍ່ເນືີ່ອງ ແລະ ກາຍເປັນບຸນປະ ເພນີຂອງ ແຂວງຈາປາສັກ,ເພື່ອໂຄສະນາເຄືີ່ອງໝາຍການຄ້າກາເຟແຂວງຈໍາປາສັກ, ພັດທະນາກາເຟຄຸນນະພາບສູງ, ປະກອບສ່ວນຍົກລະດັບຄຸນຄ່າ ແລະ ຢັັ້ງຢືນເຖິງຖານະບົດບາດກາເຟລາວ ກໍຄືຂອງແຂວງຈໍາປາສັກບົນເວທີຕະຫຼາດໂລກ .

ສ່ວນກອງປະຊຸມສໍາມະນາ ຈະຈັດຂື້ນໃນຕອນເຊົ້າວັນທີ 3 ກຸມພາ 2023 ຢູ່ໂຮງແຮມປາກຊ່ອງແດນງາມ ເມືອງປາກຊ່ອງ. ຈະມີຜູ້ແທນມາຈາກອົງການຈັດຕັ້ງສາກົນ, ຜູ້ຊ່ຽວຊານ ທີ່ມີປະສົບການທາງດ້ານການສົ່ງເສີມການຄ້າ ແລະ ການລົງທຶນ, ສະພາການຄ້າ ແລະ ອຸດສາຫະກໍາ (ສຄອ) ແຫ່ງຊາດ, ສາມະຄົມກາເຟລາວ, ສະຫະກອນຊາ, ນັກທຸລະກິດພາກສ່ວນອື່ນໆ ປະມານ 30 ພາກສ່ວນ ເຂົ້າຮ່ວມ.

ສ່ວນ ຫົວຂໍ້ສໍາມະນາ ໄດ້ກໍານົດ 5 ຫົວຂໍ້ ຄື: ການຊຸກຍູ້ ແລະ ສົ່ງເສີມການຜະລິດກະສິກໍາເປັນສິນຄ້າ; ການເຊື່ອມໂຍງດ້ານການຄ້າ, ການຕະຫຼາດ, ແລະ ມາດຕະຖານສິນຄ້າ; ຂະບວນການຜະລິດ ແລະ ທິດທາງຕະຫຼາດກາເຟ ສູ່ສາກົນ; ແຜນການຮັບມືກັບການປ່ຽນແປງສະພາບດິນຟ້າອາກາດເຂດເມືອງປາກຊ່ອງ ແລະ ຫົວຂໍ້ຂະບວນການຜະລິດຊາ ແລະ ທິດທາງຈຳໜ່າຍສູ່ຕະຫຼາດ ສາກົນ.
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo
ຂອບໃຈແຫຼ່ງຂໍ້ມູນຈາກ: Lao National Radio