ກຳປູເຈຍຊ່ວຍເຫຼືອອຸປະກອບການແພດປ້ອງກັນໂຄວິດ-19 ໃຫ້ລາວ.

ພາບ: ກະຊວງການຕ່າງປະເທດ.
ກຳປູເຈຍ ມອບເຄືອງອຸປະກອນການແພດ ຕ້ານໂຄວິດ-19 ໃຫ້ ສປປ ລາວ.
ຈາກການລະບາດຂອງພະຍາດໂຄວິດ-19, ມາຮອດປະຈຸບັນກໍເກືອບປີແລ້ວຍັງຄົງເຫັນການລະບາດຂອງພະຍາດນີ້ຢູ່ ແລະ ເພີ່ມຂື້ນທຸກມື້ໃນຫລາຍໆປະເທດ, ດ້ວຍຄວາມສຳພັນທີ່ດີລະຫວ່າງສອງປະເທດ ລາວ ກຳປູເຈຍກໍໄດ້ມີການແລກປ່ຽນ ແລະ ຊ່ວຍເຫຼືອເຊິງກັນ ແລະ ກັນ.
ວັນທີ 16 ພະຈິກນີ້ ລັດຖະບານ ແລະ ປະຊາຊົນ ແຫ່ງ ຣາຊະອານາຈັກ ກໍາປູເຈຍ ໄດ້ມອບເຄື່ອງຊ່ວຍເຫຼືອໃຫ້ແກ່ ລັດຖະບານ ແລະ ປະຊາຊົນ ແຫ່ງ ສປປ ລາວ ໂດຍປະກອບມີ ຜ້າອັດປາກ ຈຳນວນຫຼາຍກວ່າ 2 ລ້ານແຜ່ນ, ເຄື່ອງຊ່ວຍຫາຍໃຈ, ເຄື່ອງວັດແທກອຸນຫະພູມ ແລະ ເຄື່ອງມືການແພດທີ່ຈຳເປັນອີກຈຳນວນໜຶ່ງ ໃຫ້ແກ່ລັດຖະບານ ແຫ່ງ ສປປ ລາວ ເພື່ອນຳໃຊ້ເຂົ້າໃນການຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດ ໂຄວິດ-19 ຢູ່ ສປປ ລາວ.

ພິທີມອບ-ຮັບເຄື່ອງຊ່ວຍເຫຼືອດັ່ງກ່າວໄດ້ຈັດຂຶ້ນທີ່ສະໜາມບິນສາກົນວັດໄຕ, ຕາງໜ້າໃຫ້ແກ່ລັດຖະບານ ແຫ່ງ ຣາຊະອານາຈັກກໍາປູເຈຍ ກ່າວມອບເຄື່ອງຊ່ວຍເຫຼືອໂດຍ ສົມເດັດ ປີໄຈ ເສນາ ເຕຍບັນ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ເຊິ່ງໄດ້ຮັບການມອບໝາຍ ຈາກສົມເດັດ ເຕໂຈ ຮຸນ ແຊນ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກກຳປູເຈຍ.
ຕາງໜ້າໃຫ້ແກ່ລັດຖະບານ ແຫ່ງ ສປປ ລາວ ກ່າວຮັບໂດຍ ທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ໂດຍມີການນຳຂັ້ນສູງ ຈາກກະຊວງກ່ຽວຂ້ອງ ຂອງລາວ, ເອກອັກຄະຣາຊະທູດ ແຫ່ງ ຣາຊະອານາຈັກ ກຳປູເຈຍ ປະຈຳ ສປປ ລາວ ເຂົ້າຮ່ວມ.
ເຄື່ອງຊ່ວຍເຫຼືອ ຈາກລັດຖະບານ ແຫ່ງ ຣາຊະອານາຈັກ ກຳປູເຈຍ ໃນຄັ້ງນີ້ ໄດ້ຮັບການຕີລາຄາສູງ ແລະ ການຂອບໃຈຢ່າງຈິງໃຈ ຈາກລັດຖະບານ ແລະ ປະຊາຊົນລາວ ເພາະເປັນການສະແດງເຖິງຄວາມເປັນຫ່ວງເປັນໃຍ ແລະ ບິແບ່ງຄວາມຊ່ວຍເຫຼືອຊຶ່ງກັນແລະກັນ ໃນຍາມທີ່ສອງປະເທດ ພວມປະເຊີນໜ້າກັັບການລະບາດຂອງພະຍາດ ໂຄວິດ-19, ທັງເປັນການສ່ອງແສງໃຫ້ເຫັນເຖິງສາຍພົວພັນມິດຕະພາບ, ຄວາມສາມັກຄີ ທີ່ເປັນມູນເຊື້ອອັນດີງາມມາແຕ່ບູຮານນະການ ແລະ ການຮ່ວມມືຖານບ້ານໃກ້ເຮືອນຄຽງທີ່ດີ ກໍຄື ການເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະ ໝັ້ນຄົງຍາວນານ ລະຫວ່າງ ສອງປະເທດ ລາວ ແລະ ກຳປູເຈຍ ທີ່ນັບມື້ນັບໄດ້ຮັບການສົ່ງເສີມ ແລະ ຮັດແໜ້ນໃຫ້ເຂົ້າສູ່ລວງເລິກ ແລະ ແຕກດອກອອກຜົນ ໃນປັດຈຸບັນ.
ລັດຖະບານ ແຫ່ງ ສປປ ລາວ ຈະນຳເອົາເຄື່ອງຊ່ວຍເຫຼືອດັ່ງກ່າວ ເພື່ອນຳໃຊ້ໃຫ້ເກີດປະໂຫຍດສູງສຸດ ໃນການປ້ອງກັນ ແລະ ຄວບຄຸມການແຜ່ລະບາດຂອງພະຍາດ ໂຄວິດ-19 ໃຫ້ມີປະສິດທິພາບສູງສຸດ.
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo
ຂອບໃຈແຫລ່ງທີ່ມາ: ກະຊວງການຕ່າງປະເທດ