ການກໍ່ສ້າງເສັ້ນທາງເຂົ້າຫາຖ້ຳຈອມອອງ ໃກ້ຈະສຳເລັດແລ້ວ.

ພາບ: medialaos.com
ແຫລ່ງທ່ອງທຽວທຳມະຊາດທີ່ສວຍງາມຖ້ຳຈອມອອງ ໃກ້ຈະມີເສັ້ນທາງເຂົ້າທີ່ສະດວກສະບາຍແລ້ວ.
ແຂວງອຸດົມໄຊ ມີແຫລ່ງທ່ອງທຽວທຳມະຊາດທີ່ສວຍງາມຫລາຍແຫ່ງ, ທີ່ຫລາຍໆຄົນອາດຈະຮູ້ໃນປະຈຸບັນກໍ່ຄົງຈະບໍ່ພົ້ນສະຖານທີ່ທ່ອງທຽວທຳມະຊາດ ຍໍລະປາ, ນອກຈາກນັ້ນກໍ່ຍັງມີຫລາຍໆແຫລ່ງທ່ອງທຽວ ແລະ ຖ້ຳຈອມອອງເອງກໍ່ແມ່ນຖ້ຳໜຶ່ງທີ່ສວຍງາມຫລາຍ ແລະ ໜ້າທ່ອງທຽວ, ແຕ່ການທີ່ຈະໃຫ້ນັກທ່ອງທຽວເຂົ້າເຖິງກໍ່ຕ້ອງໄດ້ສ້າງເສັ້ນທາງໃນການເຂົ້າເຖິງກ່ອນ, ແລະ ປະຈຸບັນການກໍ່ສ້າງກໍ່ໃກ້ຈະສຳເລັດແລ້ວ.
ຕອນບ່າຍວັນທີ 9 ມິຖຸນາຜ່ານມານີ້ ຄະນະຮັບຜິດ ຊອບໂຄງການພັດທະນາໂຄງລ່າງພື້ນຖານ ເພື່ອສົ່ງເສີມການ ທ່ອງທ່ຽວຖ້ຳຈອມອອງ ຮ່ວມກັບພະແນກ ການທີ່ກ່ຽວຂ້ອງ ແລະ ບໍລິສັດທີ່ປຶກສາໄດ້ລົງເຄື່ອນໄຫວຕິດ ຕາມ, ກວດກາ, ຊຸກຍູ້ ແລະ ແນະນຳການຈັດຕັ້ງປະຕິບັດການກໍ່ສ້າງເສັ້ນທາງປູຢາງເຂົ້າຫາຖ້ຳຈອມອອງ ແລະ ໂຄງການພັດທະນາໂຄງລ່າງພື້ນຖານ ເພື່ອສົ່ງເສີມການ ທ່ອງທ່ຽວທີ່ຮັບພິຊອບການພັດທະນານັ້ນກ່ຳລັງກໍ່ສ້າງ ແລະ ໂດຍສະເພາະແມ່ນການກໍ່ສ້າງເສັ້ນທາງປູຢາງເຂົ້າ ຫາຖ້ຳຈອມອອງ ເມືອງໄຊ ແຂວງອຸດົມໄຊ, ລວມທັງສິ່ງອຳນວຍຄວາມສະດວກຕ່າງໆ ໃກ້ຈະສຳເລັດແລ້ວ.

ໂຄງການກໍ່ສ້າງເສັ້ນທາງເຂົ້າຫາແຫຼ່ງທ່ອງທ່ຽວຖ້ຳຈອມອອງ ຜູ້ຮັບເໝົາບໍລິສັດຈິດຈະ ເລີນກໍ່ສ້າງ ຈຳກັດເປັນໂຄງການ ທີ່ມີຄວາມສຳຄັນເປັນຢ່າງຍິ່ງ ໃນການພັດທະນາພື້ນຖານໂຄງລ່າງ ເພື່ອສົ່ງເສີມການທ່ອງ ທ່ຽວ ແລະ ປະກອບສ່ວນແກ້ໄຂຊີວິດການເປັນຢູ່ຂອງປະ ຊາຊົນພາຍໃນແຂວງອຸດົມໄຊໃຫ້ດີຂຶ້ນເທື່ອລະກ້າວ, ເສັ້ນທາງປູ ຢາງຈາກບ້ານຫ້ວຍອຸ່ນຫາ ຖ້ຳຈອມອອງ (ບ້ານຈອມອອງ) ມີຄວາມຍາວທັງໝົດ 40 ກິໂລແມັດ, ກວ້າງ 5 ແມັດ, ປູຢາງ 2 ຊັ້ນ, ມີແລວທາງຜ່ານ 11 ບ້ານ ແລະ ເສັ້ນທາງດັ່ງກ່າວມີຫຼາຍບ້ານທີ່ໄດ້ຮັບຜົນປະໂຫຍດໃນການຊົມໃຊ້, ສັນຈອນແລກປ່ຽນສິນຄ້າ ແລະ ການເຂົ້າເຖິງຕົວເມືອງສະດວກຂຶ້ນ.

ນອກຈາກການປູຢາງເສັ້ນທາງແລ້ວຍັງມີການກໍ່ສ້າງສິ່ງອຳນວຍຄວາມສະດວກຕ່າງໆ ຊຶ່ງໄດ້ເລີ່ມລົງມືການກໍ່ສ້າງມາແຕ່ເດືອນທັນວາ 2017 ເປັນຕົ້ນມາ, ຮອດປັດຈຸ ບັນແມ່ນໃກ້ຈະສໍາເລັດການກໍ່ສ້າງແລ້ວ.
ດັ່ງນັ້ນ, ຄະນະຮັບ ຜິດຊອບຂັ້ນແຂວງຮ່ວມກັບພາກສ່ວນທີ່ກ່ຽວຂ້ອງ ແລະ ບໍ ລິສັດທີ່ປຶກສາ ຈຶ່ງໄດ້ລົງຕິດ ຕາມກວດກາຊຸກຍູ້ ແລະ ແນະ ນຳບາງວຽກທີ່ຈະຕ້ອງໄດ້ເລັ່ງມືຈັດຕັ້ງປະຕິບັດ ແລະ ດັດແກ້ ພ້ອມດຽວກັນນີ້ກໍເປັນການປະເມີນຜົນສຳເລັດ ລວມບັນດາໜ້າວຽກການກໍ່ສ້າງຂອງບໍລິສັດຜູ້ຮັບເໝົາກໍ່ສ້າງ ເພື່ອເປັນບ່ອນອີງສະເໜີລາຍງານເຖິງຄະນະຮັບຜິດຊອບໂຄງການຂັ້ນສູນກາງລົງກວດກາ ແລະ ກະກຽມຈັດພິທີມອບ-ຮັບ ຕື່ມອີກ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo
ຂອບໃຈແຫລ່ງທີ່ມາ ໂດຍ: medialaos.com