ການນຳໃຊ້ ຄຳວ່າ ເສື່ອມ ແລະ ເຊື່ອມ ຄວາມໝາຍຂອງມັນ.

DooDiDo
ຄວາມໝາຍຂອງຄຳວ່າ ເສື່ອມ ແລະ ເຊື່ອມ ແຕກຕ່າງກັນແນວໃດ?
ຫາກຈະເຈາະຈິ້ມຄວາມໝາຍຕ່າງໆຂອງພາສາແລ້ວແຕ່ລະພາສາມີລາຍລະອຽດຂອງມັນທັງໃນການນໍາໃຊ້ ໃນການສົນທະນາສື່ສານທັງການສະກົດຄຳ ແລະ ມີຄວາມເປັນເອກະລັກສະເພາະຕົວຂອງພາສານັ້ນໆ, ໃນພາສາລາວເອງກໍເປັນພາສາໜຶ່ງທີ່ມີການສະກົດຄຳຕ່າງໆແຕກຕ່າງກັນເລັກນ້ອຍການອອກສຽງທີ່ຄ້າຍຄືກັນ, ແຕ່ຄວາມໝາຍຂອງຄຳແມ່ນແຕກຕ່າງກັນ, ການສະກົດຜິດອາດເຮັດໃຫ້ໄດ້ຄວາມໝາຍອື່ນໄປເລີຍ.
ຈຸດພິເສດຂອງພາສາລາວສ່ວນຫຼາຍແມ່ນຈະມີຄໍາສັບທີ່ຄ້າຍຄືກັນຫຼາຍ ທັງການຂຽນ, ການອ່ານ ແລະ ຄວາມໝາຍທີ່ແຕກຕ່າງ ແລະ ໃກ້ຄຽງກັນ ຈຶ່ງມີບາງຄໍາສັບທີ່ເຮັດໃຫ້ສັບສົນໃນການນໍາໃຊ້ໃນບົດນີ້ຈະຍົກເອົາຄໍາວ່າ: ເສື່ອມ ແລະ ເຊື່ອມ ມາອະທິບາຍ ເຊິງສອງຄໍາຫຼາຍຄົນອາດຈະຫລົງກັນ, ສອງຄຳນີ້ມີສຽງອັນດຽວກັນ ຕ່າງແຕ່ສຽງສູງ ກັບສຽງຕໍ່າ ແລະເທົ່ານັ້ນຍັງບໍ່ພໍ ຄວາມໝາຍຂອງທັງສອງຄຳຍັງມີລັກສະນະຄ້າຍຄື ແລະ ໃກ້ຄຽງກັນຫລາຍເຕີບ…

ຄຳວ່າ ເສື່ອມ.
ມີຄວາມໝາຍວ່າ ຫຼຸດໜ້ອຍຖອຍລົງ, ສູນເສຍໄປ, ບໍ່ຄົງສະພາບເດີມ.
ຕົວຢ່າງ:
ເວລາເຮັດຫຍັງບໍ່ຄິດເຮັດໃຫ້ຜິດຈົນໄດ້, ເສື່ອມເສຍກຽດສັກສີໝົດ.
ລຸງອັນນັ້ນຂອງສັດທາລາວສຸດບາດສຸດທ້າຍໄດ້ລົມເວົ້າເປິເປື້ອນສຸດ, ຂ້ອຍໝົດຄວາມເສື່ອມສັດທາເລີຍ.
ຄໍາວ່າ ເຊື່ອມ.
ມີ 2 ລັກສະນະ
- ຮູບປະທຳ ເຊັ່ນ: ໃຊ້ເຄື່ອງຈອດເຊື່ອມເຫລັກເຂົ້າກັນ, ຂີ້ກົ່ວເຊື່ອມ
- ນາມມະທຳ ເຊັ່ນ: ເຊື່ອມຊຶມໃນພະທຳ, ເຊື່ອມສາຍສຳພັນ, ເຊື່ອມຊຶມມະຕິຂອງພັກ.
ຕົວຢ່າງ:
ຊາງເຮັດໂຄງເຫລັກລາວໄດ້ເຊື່ອມເຫລັກເພື່ອເຮັດໂຄງຫລັງຄາ.
ພໍ່ຂ້ອຍລາວເຂົ້າວັດຟັງທຳທຸກມື້ເລີຍ, ລາວກ່ຳລັງເຊື່ອມຊຶມໃນພະທຳ.
ສະຫຼຸບ.
ຄໍາວ່າ: ເສື່ອມ ແລະ ເຊື່ອມ ສຳນຽງອາດຈະຄ້າຍຄືກັນຕ່າງແຕ່ສຽງສູງສຽງຕ່ຳເທົ່ານັ້ນແຕ່ວ່າມີຄວາມໝາຍແຕກຕ່າງກັນຄື: ເສື່ອມ ເນັ້ນໃສ່ລັກສະນະຂອງຄວາມເສຍຫາຍ ຫຼຸດໜ້ອຍຖອຍລົງ, ສູນເສຍໄປ, ບໍ່ຄົງສະພາບເດີມ. ສ່ວນ ເຊື່ອມ ແມ່ນເນັ້ນໃສ່ລັກສະນະທີ່ໄດ້ ໂດຍສະເພາະເຮັດໃຫ້ເປັນໜຶ່ງດຽວ, ການຮ່ວມຕົວເຂົ້າກັນ, ການເຊື່ອມຄວາມສຳພັນເຂົ້າກັນ…
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo