ການນຳໃຊ້ ຄຳວ່າ ກະເທືອນ ແລະ ສະເທືອນ ມີຄວາມໝາຍດຽວກັນ.

DooDiDo
ຄວາມໝາຍຂອງຄຳວ່າ ກະເທືອນ ແລະ ສະເທືອນ ຄືກັນ ແລະ ຕ່າງກັນແນວໃດ?
ໃນພາສາລາວ ການນໍາໃຊ້, ການສົນທະນາສື່ສານ ລວມທັງການສະກົດຄຳຕ່າງໆມີຄວາມຫລາກຫລາຍໃນການນຳໃຊ້ບາງສ່ວນກໍນຳໃຊ້ຖືກຫລັກໄວຍາກອນບາງສ່ວຍກໍຍັງຄົງເຫັນວ່າມີການນຳໃຊ້ຜິດພາດຢູ່, ດັ່ງທີ່ຮູ້ກັນດີ ໃນພາສາລາວມີການສະກົດຄຳຕ່າງໆແຕກຕ່າງກັນເລັກນ້ອຍການອອກສຽງທີ່ຄ້າຍຄືກັນ,ຄວາມໝາຍອື່ນໄປໄດ້.
ພາສາລາວໃນຕອນນີ້ຈະເອົາຄໍາສັບທີ່ຄ້າຍຄືກັນໃນລັກສະນະຂອງຄວາມໝາຍ, ເປັນຄຳທີ່ຫລາຍຄົນຍັງຄົນຄາລາຄາຊັງຢູ່ໃນການທີ່ຈະເວົ້າຄຳສັບເຫລົ່ານີ້ ນັ້ນກໍຄືຄໍາວ່າ: ກະເທືອນ ແລະ ສະເທືອນ ມາອະທິບາຍ ເຊິງສອງຄໍານີ້ແມ່ນຖ້າຈະເວົ້າເຖິງຄວາມໝາຍຂອງມັນແມ່ນຄ້າຍຄືກັນ ແລະ ສາມາດໃຊ້ແທນກັນໄດ້ ການທີ່ສະກົດຕ່າງກັນ ແລະ ເວົ້າຕ່າງກັນອາດຍ້ອນວ່າແຕ່ລະເຂດຈະໃຊ້ຄຳເວົ້າບໍ່ຄືກັນໝົດທຸກຄຳເຊິງໃນສອງຄຳນີ້ຖືວ່າໃຊ້ຄຳໃດກໍໄດ້ແລ້ວແຕ່ວ່າຜູ້ໃຊ້ຈະໃຊ້ຄຳໃດແຕ່ສ່ວນຫລາຍແມ່ນເຫັນນຳໃຊ້ ສະເທືອນຫລາຍກວ່າ, ຕາມວັດຈະນານຸກົມອະທິບາຍຂອງແຕ່ລະຄຳດັ່ງນີ້.

ຄຳວ່າ ກະເທືອນ.
ມີຄວາມໝາຍວ່າ ສະເທືອນ, ຫວັ່ນໄຫວ, …
ຕົວຢ່າງ:
ເຈົ້າທຸບໂຕະເຈົ້າກະເທືອນຮອດໂຕະຂອງຂ້ອຍ
ຂ້ອຍຢ່າງໄປເຂົ້າຫ້ອງນ້ຳຢູ່ຊານໄມ້ເຮ້ຍ, ໝົດຊານຈົນກະເທືອນໝົດ.
ຄໍາວ່າ ສະເທືອນ.
ມີຄວາມໝາຍວ່າ ຫວັ່ນໄຫວ, ສັ່ນໄປທົ່ວ, ສັ່ນໄປໝົດ.
ຕົວຢ່າງ:
ເຈົ້າບອກລາຂ້ອຍຮູ້ສືກສະເທືອນຮອດຫົວໃຈຂອງຂ້ອຍ.
ແຜນດິນໄຫວຢູ່ຟິລິປິນສະເທືອນຮອດປະເທດລາວ.
ສະຫຼຸບ.
ຄໍາວ່າ: ກະເທືອນ ແລະ ສະເທືອນ ການສະກົດຄຳແມ່ນຄືກັນຕ່າງແຕ່ໂຕ ກ ແລະ ສ ເທົ່ານັ້ນ ລວມທັງຄວາມໝາຍຂອງສອງຄຳນີ້ແມ່ນມີຄວາມໝາຍອັນດຽວກັນ, ແຕ່ສ່ວນຫລາຍແມ່ນໃຊ້ຄຳວ່າ ສະເທືອນຫລາຍກວ່າມີຄວາມໝາຍວ່າ ຫວັ່ນໄຫວ, ສັ່ນໄປທົ່ວ, ສັ່ນໄປໝົດ.
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo