ກອງປະຊຸມເຜີຍແຜ່ ແລະ ຝຶກອົບຮົມ HS ໃຫ້ພາສີປະຈຳເຂ​ດ​ຕ່າງໆ

SA Game

ກະຊວງການເງິນ

ໃຫ້​ຄວາມ​ຮູ້​ແກ່ເຈົ້າໜ້າທີ່ພາສີ ກ່ຽວກັບການປະຕິບັດ ສາລະບານສິນຄ້າ ສະບັບປີ 2022

ວັນທີ 28-31 ມີນາ 2023 ຢູ່ນະຄອນຫລວງວຽງຈັນ, ກົມພາສີ ກະຊວງການເງິນ ຈັດກອງປະຊຸມເຜີຍແຜ່ ແລະ ຝຶກອົບຮົມ ໃຫ້ພາສີປະ ຈຳແຂວງ, ນະຄອນ ຫລວງ, ດ່ານພາສີຊາຍແດນ ແລະ ພາກທຸລະກິດ ເພື່ອຈັດຕັ້ງປະຕິບັດສາລະບານສິນຄ້າ ສະບັບປີ 2022(AHTN 2022) ຂອງ ສປປ ລາວ ທີ່ໄດ້ຖືກຮັບຮອງ ແລະ ປະກາດໃຊ້ໂດຍລັດຖະບານຕາມຂໍ້ຕົກລົງສະບັບເລກທີ 91/ນຍ, ລົງວັນທີ 16 ມັງກອນ 2023 ຊຶ່ງໄດ້ປ່ຽນແທນສາລະບານສິນຄ້າລະບົບເອກະພາບອາຊຽນ ສະບັບປີ 2017(AHTN 2017) ແລະ ຄາດວ່າຈະໄດ້ຕັ້ງປະຕິບັດໃນຂອບເຂດທົ່ວປະເທດໃນໄວໆນີ້.

ໂອກາດນີ້, ທ່ານ ສາຍມະໂນລິນ ສິນບັນດິດ ຮອງຫົວໜ້າກົມພາສີ ກະຊວງການເງິນໄດ້ໃຫ້ຮູ້ວ່າ: ສາລະບານສິນຄ້າສະບັບປີ 2022 (AHTN 2022) ແມ່ນມີ 8 ຕົວເລກ ຊຶ່ງໄດ້ຖືກນຳໃຊ້ ແລະ ປັບປຸງຢ່າງເປັນເອກະພາບໂດຍ 10 ປະເທດອາຊຽນໃນທຸກໆ 5 ປີ ໂດຍອີງຕາມສາລະບານລະບົບເອກະພາບ (HS) ຂອງອົງການພາສີໂລກ (WCO). HS ຂອງອົງການພາສີໂລກ ແມ່ນມີ 6 ຕົວເລກທີ່ຖືກປັບປຸງທຸກໆ 5 ປີ ເພື່ອສະທ້ອນເຖິງການປ່ຽນແປງທາງດ້ານເຕັກໂນໂລຊີ ແລະ ການຄ້າດ້ານຜະລິດຕະພັນໃນແຕ່ລະໄລຍະ.

SA Game
ຂປລ.

ສາລະບານ ລະບົບເອກະພາບ (HS 2022) ເລີ່ມມີຜົນບັງຄັບໃຊ້ໃນວັນທີ 1 ມັງກອນ 2022 (ແທນທີ່ HS2017) ສາລະບານສິນຄ້າລະບົບເອກະພາບ ໃນພາສາອັງກິດແມ່ນHarmonized_Commodity Descriptionand Coding System ຫລື ເອີ້ນຫຍໍ້ວ່າ HS ທີ່ຖືກອອກແບບມາ ເພື່ອກຳນົດໃຫ້ປະເພດສິນຄ້າທັງໝົດທີ່ເຄື່ອນຍ້າຍຂ້າມຊາຍແດນມີຕົວເລກລະຫັດໃນລັກສະນະເປັນເອກະພາບໃນທົ່ວໂລກ.

ສຳລັບ HS ແມ່ນໜຶ່ງໃນເຄື່ອງມືທີ່ປະສົບຜົນສຳ ເລັດຫລາຍທີ່ສຸດ ຖືກພັດທະນາໂດຍອົງການພາສີໂລກ ເພາະວ່າສາມາດແກ້ໄຂຄວາມຕ້ອງການພື້ນ ຖານຂອງລັດຖະບານ, ຄວາມສາມາດໃນການຈັດປະເພດສິນຄ້າທີ່ຖືກຊື້ຂາຍ, ຊ່ວຍໃຫ້ລັດຖະບານສາມາດວາງນະໂຍບາຍສຳລັບສິນຄ້າແຕ່ລະປະເພດ ໄດ້ຢ່າງມີປະສິດທິພາບ ເປັນຕົ້ນ ອັດຕາພາສີ, ສິນຄ້າຄວບຄຸມ, ເກືອດຫ້າມ ແລະ ການນໍາໃຊ້ສະຖິຕິ ເພື່ອສະໜັບສະໜູນນະໂຍບາຍ ແລະ ການວາງແຜນທີ່ກ່ຽວຂ້ອງກັບເສດຖະກິດ ແລະ ການຄ້າ.

SA Game
ກະຊວງການເງິນ

ຍ້ອນຂໍ້ສະດວກຂອງການນຳໃຊ້ HS ເພື່ອອຳນວຍຄວາມສະດວກໃຫ້ແກ່ການຄ້າສາກົນ, ປະເທດສະມາຊິກອາຊຽນ ຈຶ່ງໄດ້ຕັດສິນໃຈພັດທະນາເພີ່ມເຕີມຈາກ HS ຂອງອົງການພາສີໂລກໃນລະດັບ 6 ຕົວເລກໃຫ້ເປັນສາລະບານລະບົບຢ່າງເອກະພາບອາຊຽນ (AHTN) ທີ່ມີລະດັບ 8 ຕົວເລກ.

ສຳລັບ ສປປ ລາວ ເປັນສະມາຊິກຂອງອົງການພາສີໂລກ ແລະ ອາຊຽນ ຈຶ່ງມີພັນທະທີ່ຕ້ອງຈັດຕັ້ງປະຕິບັດສາລະບານ AHTN 2022, ບໍ່ພຽງແຕ່ຂະແໜງການພາສີ, ແຕ່ພາກສ່ວນທີ່ກ່ຽວຂ້ອງຂອງລັດຖະບານ ແລະ ເອກະຊົນ ຕ້ອງເອົາໃຈໃສ່ຕໍ່ການນຳໃຊ້ AHTN 2022 ໃຫ້ມີປະສິດທິພາບ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ກະຊວງການເງິນ